ກອງປະຊຸມຊິ້ແຈງວຽກງານຊຸມຊົນ,ເປັນເຈົ້າການດ້ານສຸຂານາໄມ (ຊຈສ) ໃນຂັ້ນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຈັນທະບູລີ ເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ມີທ່ານນາງ ດຣ ດາວອນ ໂພໄຊ ຮອງຫົວໜ້າ ຫ້ອງການກະຊວງສາທາລະນະສຸກ ທ່ານຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍທ່ານຮອງເຈົ້າ ເມືອງ ຮອງຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານນ້ຳ ແລະ ສຸຂານາໄມເຂດຊົນນະບົດ ໄປຕາມທິດທາງຍຸດທະສາດທີ່ໄດ້ກຳນົດໄວ້ ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຜ່ານມາ ແລະ ເພື່ອວາງທິດທາງແຜນການໃຫ້ບັນລຸເປົ້າໝາຍເປັນນະຄອນຫຼວງ ຢຸດຕິການຖ່າຍຊະຊາຍພາຍໃນປີ 2023 ແລະ ເປັນປະເທດຢຸດຕິການຖ່າຍຊະຊາຍພາຍໃນປີ 2025.




# ຂ່າວ & ພາບ: ບຸນມີ