ກອງປະຊຸມປະຈຳປີຂອງໂຄງການສະໜັບສະໜູນການປົກຄອງເພື່ອການພັດທະນາແບບມີສ່ວນຮ່ວມ ພາຍໃຕ້ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ ຈັດຂຶ້ນວັນທີ 21 ທັນວາ 2020 ທີ່ສູນເຝິກອົບຮົມແນວ ລາວສ້າງຊາດ ໂດຍເປັນປະທານຮ່ວມຂອງທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານນາງ ຣິຄາດາ ຣິດເຈີ (Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ UNDP ມີບັນດາທ່ານຜູ້ຕາງໜ້າຈາກກະຊວງ ອົງການຂອງລັດ ຜູ້ຕາງໜ້າຈາກສະຖານທູດ ອົງການຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ທ່ານ ຄຳມູນ ວິພົງໄຊ ໄດ້ກ່າວຕໍ່ກອງປະຊຸມວ່າ: ໃນປີ 2020 ນີ້ ຖືວ່າເປັນປີທີ່ທ້າທາຍ ແຕ່ກໍສາມາດເຮັດໃຫ້ວຽກງານສຳເລັດຜົນໃນຫຼາຍດ້ານ ເປັນຕົ້ນແມ່ນກິດຈະກຳທຶນພັດທະນາເມືອງໃນຮອບທີ 2 ທີ່ຊ່ວຍສ້າງຂີດຄວາມສາມາດຂອງພະນັກງານຂັ້ນເມືອງ ໃນການປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ 7 ໂຄງການ ສ້າງຕັ້ງສູນບໍລິການປະຕູດຽວຕົວແບບທີ່ເມືອງບາງຈຽງ ຈະເລີນສຸກ ແລະ ໄດ້ຊ່ວຍປັບປຸງສູນຈຳກັດບໍລິເວນເພື່ອຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ- 19 ສຳລັບຄົນທີ່ມາແຕ່ຕ່າງປະເທດ 14 ວັນ ຢູ່ໃນ 4 ແຂວງເປົ້າໝາຍ ຄື: ແຂວງບໍ່ແກ້ວ ຫຼວງນ້ຳທາ ໄຊຍະບູລີ ແລະ ແຂວງຈຳປາສັກ ສຳລັບປີ 2021 ກໍຈະເປັນປີທີ່ສຳຄັນ ກ້າວເຂົ້າໄລຍະສຸດທ້າຍຂອງໂຄງການ ໂດຍມີແຜນການໃຫ້ສຳເລັດການສະໜອງ ການສະໜັບສະໜູນທຶນພັດທະນາເມືອງ (District Development Fund) ຮອບທີ 3 ໃຫ້ແກ່ບັນດາເມືອງທຸກຍາກ ເຊິ່ງເປັນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານທ້ອງຖິ່ນຂັ້ນເມືອງ ແລະ ສະໜອງພື້ນຖານໂຄງລ່າງຂະໜາດນ້ອຍ ໃຫ້ແກ່ປະຊາຊົນບັນດາເຜົ່າໃນເມືອງເປົ້າໝາຍ ສືບຕໍ່ສະໜັບສະໜູນການປັບປຸງການບໍລິການຂອງລັດ ໂດຍສະເພາະການປັບປຸງສູນບໍລິການຜ່ານປະຕູດຽວ ໃຫ້ຫັນເປັນທັນສະໄໝຫຼາຍຂຶ້ນ.



# ຂ່າວ & ພາບ: ບຸນມີ