ພິທີໄຂຊຸດເຝິກອົບຮົມວຽກງານພິທີການທູດ ໃຫ້ພະນັກງານທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 22 ທັນວາ 2020 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຮ່ວມເປັນປະທານມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແສງແກ້ວ ປວງປະດິດ ຫົວໜ້າກົມພິທີການທາງການທູດ ກະຊວງການຕ່າງປະເທດ ມີຫົວໜ້າ ຮອງຫົວໜ້າຫ້ອງວ່າການ ນວ ຫົວໜ້າ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ 9 ເມືອງ ແລະ ຂະແໜງ ການກ່ຽວຂ້ອງອ້ອມຂ້າງ ນວ ເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ວຽກງານພິທີການ ເປັນວຽກງານທີ່ສຳຄັນ ແລະ ຈຳເປັນຈະຕ້ອງໄດ້ຮຽນຮູ້ສຳລັບພະນັກງານບໍລິຫານ ກໍຄືວຽກງານບໍລິການ ເພື່ອຮັບໃຊ້ໃຫ້ແກ່ຄະນະພັກ ຄະນະນຳບ່ອນຕົນເອງຂື້ນກັບ ເປັນຕົ້ນແມ່ນການຮັບຕ້ອນແຂກພາຍໃນ ແລະ ຕ່າງປະເທດ ເຊິ່ງໃນຊຸມປີຕໍ່ໜ້າ ຈະໄດ້ມີການຕ້ອນຮັບແຂກບັນດາແຂວງ ນະຄອນແຮກສ່ຽວ ບັນດານະຄອນໃນພາກພື້ນ ແລະ ສາກົນ ທີ່ຈະມາຢ້ຽມຢາມນະຄອນຫຼວງວຽງຈັນຢ່າງເປັນທາງການ ລວມທັງການຈັດກອງປະຊຸມ-ສຳມະນາລະດັບຕ່າງໆ ເຊິ່ງຈະຕ້ອງໄດ້ມີການກະກຽມ ແລະ ຈັດຕັ້ງຢ່າງເປັນລະບົບຄົບຊຸດ ທັງໝົດນັ້ນ ມັນຮຽກຮ້ອງໃຫ້ພະນັກງານທີ່ກ່ຽວຂ້ອງ ຢູ່ອົງການປົກຄອງນະຄອນຫຼວງ ຢູ່ອົງການປົກຄອງເມືອງ ກໍຄືຢູ່ບັນດາພະແນກການຕ່າງໆ ຕ້ອງໄດ້ຮຽນຮູ້ ແລະ ກຳໄດ້ຫຼັກການສຳຄັນຂອງວຽກງານພິທີການ ເພື່ອເປັນການຍົກສູງຄຸນນະພາບຂອງວຽກງານຮ່ວມມືສອງຝ່າຍ ຫຼື ຫຼາຍຝ່າຍ ໃຫ້ມີຄວາມໜັກແໜ້ນຄ່ອງແຄ້ວ.

# ຂ່າວ & ພາບ: ຊິລິການດາ