ກະຊວງພາຍໃນ ເຊື່ອມຊຶມ 4 ເອກະສານສຳຄັນກ່ຽວກັບບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II

ກະ­ຊວງ​ພາຍ​ໃນ ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່ ເຊື່ອມ​ຊືມ ມະ­ຕິ ຄຳ​ແນະ­ນຳ ແລະ ເອ­ກະ­ສານ ເພື່ອ​ການ​ເລືອກ ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ຊຸດ​ທີ II ໃຫ້​ພະ­ນັກ­ງານ​ລັດ­ຖະ­ກອນ ກະ­ຊວງ​ພາຍ​ໃນ ວັນ​ທີ 18 ທັນ­ວາ 2020 ທີ່​ກະ­ຊວງ​ດັ່ງ­ກ່າວ ເຜີຍ­ແຜ່​ເອ­ກະ­ສານ​ໂດຍ​ທ່ານ ທອງ​ຈັນ ມະ­ນີ​ໄຊ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ມີ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ຮອງ​ກົມ ພະ­ແນກ­ການ ແລະ ພະ­ນັກ­ງານ​ລັດ ຖະ​ກອນ​ອ້ອມ​ຂ້າງ​ກະ­ຊວງ​ເຂົ້າ​ຮ່ວມ.

ເອ­ກະ­ສານ​ທີ່​ນຳ​ມາ​ເຜີຍ­ແຜ່​ຄັ້ງ​ນີ້ ມີ​ມະ­ຕິ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ການ​ຊີ້ ນຳ-ນຳ­ພາ ຂອງ​ພັກ ຕໍ່​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ເອ­ກະ­ສານ ວ່າ​ດ້ວຍ​ການ​ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ ຕໍ່​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ຊຸດ​ທີ II ເອ­ກະ­ສານ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ແລະ ຄຳ​ແນະ­ນຳ​ວ່າ​ດ້ວຍ​ການ​ໂຄ­ສະ­ນາ ແລະ ປຸກ­ລະ­ດົມ​ຂະ​ບວນ​ການ​ໃນ​ບັ້ນ ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ຊຸດ​ທີ II.

ທັງ​ນີ້​ກໍ​ເພື່ອ​ສຶກ​ສາ​ອົບ­ຮົມ​ໃຫ້​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ລັດ­ຖະ­ກອນ ກໍ​ຄື​ປະ­ຊາ­ຊົນ​ລາວ​ທຸກ​ທົ່ວ​ໜ້າ ໃຫ້ ຮັບ​ຮູ້ ເຂົ້າ­ໃຈ​ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ບົນ​ພື້ນ­ຖານ​ຄວາມ​ຮັບ​ຮູ້​ເຂົ້າ­ໃຈ​ດັ່ງ­ກ່າວ ເພື່ອ​ປຸກ ລະ­ດົມ​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ໃຫ້​ມີ​ຄວາມ​ຕື່ນ​ຕົວ ແລະ ເປັນ​ເຈົ້າ​ການ​ນຳ​ໃຊ້​ສິດ​ເປັນ​ເຈົ້າ​ຂອງ​ຕົນ ເຂົ້າ​ໃນ ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ຊຸດ​ທີ II ໃຫ້​ໄດ້​ຮັບ​ຜົນ ດີ.

# ຂ່າວ & ພາບ: ບຸນ​ມີ

error: Content is protected !!