ທີມຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ (ປກສ) ໄລ່ເອົາຊະນະ ທີມຊາວໜຸ່ມກະຊວງສຶກສາທິການ ແລະ ກີລາ (ສສກ) ໄປແບບຫວຸດຫວິດ 3-2 ປະຕູ ຄອງແຊັມການແຂ່ງຂັນເຕະບານຊາຍ 11 ຄົນ ລະດັບພະນັກງານ-ລັດຖະກອນ ຈາກບັນດາກະຊວງອ້ອມຂ້າງສູນກາງ ຊີງຂັນພະນະທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ປະຈຳປີ 2020 ເພື່ອສ້າງຂະບວນຫານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນລາຍການນີ້ ຈັດຂຶ້ນກໍເພື່ອສ້າງຂະບວນຫານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໄດ້ເລີ່ມດຳເນີນລະຫວ່າງວັນທີ 12 ພະຈິກ ຫາ 18 ທັນວາ 2020 ມີນັກກີລາເຂົ້າຮ່ວມ 22 ພາກສ່ວນ ແບ່ງອອກເປັນ 6 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ແລະ ຄັດເລືອກເອົາອັນດັບທີ 3 ທີ່ມີຄະແນນດີທີ່ສຸດ ຈາກກຸ່ມ A B C ແລະ D ເຂົ້າຮອບຕາມຫຼັງໄປ.

ຜ່ານການແຂ່ງຂັນ ທີມແຊັມຕົກເປັນຂອງຊາວໜຸ່ມ ປກສ ໄດ້ຮັບຂັນແຊັມມູນຄ່າ 3 ລ້ານກີບ ພ້ອມຫຼຽນຄຳ ແລະ ເງິນລາງວັນ 12 ລ້ານກີບ ອັນດັບທີ 2 ຊາວໜຸ່ມ ສສກ ໄດ້ຮັບຫຼຽນເງິນ ພ້ອມເງິນລາງວັນ 9 ລ້ານກີບ ອັນດັບທີ 3 ທະນາຄານແຫ່ງ ສປປ ລາວ ໄດ້ຮັບຫຼຽນທອງ ພ້ອມເງິນລາງວັນ 7 ລ້ານກີບ ແລະ ອັນດັບທີ 4 ກະຊວງສາທາລະນະສຸກ ໄດ້ຮັບເງິນລາງວັນ 5 ລ້ານກີບ ນອກນັ້ນ ລາງວັນດາວຍິງສູງສຸດແມ່ນທ້າວ ລັດຕະພົງ ພົມມະຈັນ ຈາກຄະນະຊາວໜຸ່ມກະຊວງການຕ່າງປະເທດ ຍິງໄດ້ 10 ປະຕູ ລາງວັນນັກເຕະດີເດັ່ນ ທ້າວ ສຸດາທອນ ຂຸນບົວລີ ຈາກຄະນະຊາວໜຸ່ມກະຊວງ ປກສ ລາງວັນຜູ້ຮັກສາປະຕູດີເດັ່ນທ້າວ ເກດສະໜາ ແກ້ວດວງເດດ ຈາກກະຊວງ ປກສ ແລະ ລາງວັນທີມມາລະຍາດດີເດັ່ນ ທີມກະຊວງສາທາລະນະສຸກ.
ການແຂ່ງຂັນບານເຕະນັດຊີງຊະນະເລີດ ຈັດຂຶ້ນໃນວັນທີ 18 ທັນວາ 2020 ຢູ່ສະໜາມບານເຕະຫຍ້າທຽມ ລ້ານຊ້າງ ສະເຕດຽມ (ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ) ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມີບັນດາຄະນະນຳ ຄູເຝິກ ແລະ ນັກກີລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຫຼາຍພັນຄົນ.
# ຂ່າວ & ພາບ: ສີພອນ