ພິທີປະກາດການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຈັດຂຶ້ນໃນວັນທີ 18 ທັນວາ 2020 ໂດຍເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ມີຕາງໜ້າບັນດາກົມໃຫຍ່ ຫ້ອງວ່າການກະຊວງ ແລະ ບັນດາກົມ ຫ້ອງການ ກອງ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄຳເຫັນ ວ່າ: ການມອບໝາຍໜ້າທີ່ ເປັນ ການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກົມໃຫຍ່ເສນາທິການກອງທັບ, ທັງ ເປັນການປັບປຸງບູລະນະກົງຈັກ ການຈັດຕັ້ງກົມໃຫຍ່ເສນາທິ ການກອງທັບ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ສາມາດເຄື່ອນ ໄຫວເຮັດສຳເລັດໜ້າທີ່ການເມືອງຕາມທີ່ພັກ-ລັດມອບໝາຍໃຫ້ ພ້ອມກັນນັ້ນ ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັບໝູ່ຄະນະ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ ກຳແໜ້ນລະບຽບກົດໝາຍ ຂໍ້ກຳນົດ ກົດລະບຽບຂອງກອງທັບ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ສືບຕໍ່ນຳພາກົມກອງດຳເນີນການສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ ເຮັດດ້ວຍຫຼາຍວິທີການຢ່າງຕໍ່ ເນື່ອງ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຕິດພັນກັບການເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ ກວ້າງ ຂວາງ ສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງໃນຂະບວນວຽກງານຕົວຈິງ, ເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ທືນຮອນໃນການກໍ່ສ້າງພະນັກງານວິຊາການໃຫ້ແກ່ກອງທັບເຮົາ ແລະ ບັນຫາສຳຄັນ ແມ່ນພ້ອມກັນສູ້ຊົນປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດ.

ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮຽນຈົບຈາກໂຮງຮຽນນາຍທະຫານເສນາບັນຊາ ທີ່ໂອເດຊາ ອະດີດ ສ.ໂຊວຽດ ປະລິນຍາໂທ ວິທະຍາສາດປ້ອງກັນຊາດ ມະຫາວິທະຍາໄລ ມາດຣາສ ອິນເດຍ ເຄີຍເປັນຫົວໜ້າຫ້ອງການກົມໃຫຍ່ເສນາທິ ການ, ເປັນຫົວໜ້າກົມກຳລັງພົນ ແລະ ເປັນຫົວໜ້າການທະຫານ ກອງພົນທີ 1.