ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ກ່າວວ່າ: ໃນວັນທີ 19 ທັນວາ 2020 ເພື່ອເປັນການທົດລອງສ້າງຂະບວນການອະນາໄມດ້ວຍການນຳໃຊ້ເຄື່ອງຈັກໃນເສັ້ນທາງ 450 ປີ ເພື່ອກະກຽມໃນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ການສະເຫຼີມສະຫຼອງປີໃໝ່ສາກົນ ແລະ ກໍເປັນຄວາມຮັບຜິດຊອບອັນໜຶ່ງຂອງ ນວ ໂດຍສະເພາະ ການເຮັດຄວາມສະອາດ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກ ໂດຍເລັ່ງໃສ່ການຈັດຕັ້ງປະຕິບັດ ສ ສະອາດ ໂດຍສະເພາະແມ່ນເສັ້ນທາງສະອາດ ແລະ ສ ສີຂຽວ ສຳລັບການທຳຄວາມສະອາດ ແມ່ນໄດ້ໃຊ້ລົດດູດຝຸ່ນ ແລະ ລົດລ້າງເສັ້ນທາງ ຫົດນ້ຳຄູກາງທາງ ເພື່ອເຮັດໃຫ້ຕົ້ນໄມ້ ແລະ ຫຍ້າໃນຄູກາງທາງໃຫ້ມີສີຂຽວງາມ ພາຍຫຼັງເຮັດທົດລອງຄັ້ງນີ້ແລ້ວ ກໍຈະໄດ້ປະເມີນກ່ຽວກັບການນຳໃຊ້ງົບປະມານ ການສີ້ນເປືອງແຮງງານ ນ້ຳມັນ ເວລາຕ່າງໆ ຫຼັງຈາກນັ້ນກໍຈະໄດ້ວາງແຜນເພື່ອລະດົມໃຫ້ບັນດາບໍລິສັດຜູ້ປະກອບການຕ່າງໆມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ການທົດລອງເຮັດອະນາໄມມື້ນີ້ ມີຄວາມຍາວ 5 ກິໂລແມັດ ການເຮັດທົດລອງແມ່ນຈະໃຊ້ເວລາ 3 ເດືອນ ຫຼັງຈາກນັ້ນກໍຈະມອບໃຫ້ຂະແໜງການຕ່າງໆໃນເຂດຄວາມຮັບຜິດຊອບຂອງຕົນ ແລະ ສຶບຕໍ່ເຮັດໃນເສັ້ນທາງຕໍ່ໆໄປ ເພື່ອເຮັດໃຫ້ ນວ ມີຄວາມສະອາດຈົບງາມ ໜ້າຢູ່ ແລະ ມີຄວາມສີວິໄລ ໃຫ້ໄດ້ຕາມຄຳຂັວນ 6ສ ທີ່ ນວ ວາງອອກ ໂດຍສະເພາະແມ່ນ ສ ສະອາດ ແລະ ສ ສີຂຽວໃຫ້ປາກົດຜົນເປັນຈິງ.




# ຂ່າວ & ພາບ: ອົ່ນ ໄຟສົມທອງ