ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ກ່າວໃນວັນທີ 18 ທັນວາ 2020 ທີ່ພະແນກ ຮສສ ນວ ໃນງານນັດພົບແຮງງານປະຈຳປີ 2020 ວ່າ: ໃນງານມີ 22 ບູດ ໃນນີ້ບູດທີ່ຮັບພະນັກງານ 19 ບູດ ມີຕຳແໜ່ງງານວ່າງຫຼາຍກວ່າ 5.000 ຕຳແໜ່ງ ຄາດວ່າຈະມີນັກຮຽນ-ນັກສຶກສາ ຜູ້ຊອກວຽກເຮັດງານທຳ ຜູ້ຕ້ອງການປ່ຽນວຽກໃໝ່ຫຼາຍກວ່າ 3.000 ຄົນ ແລະ ມວນຊົນທົ່ວໄປເຂົ້າຮ່ວມຫຼາຍກວ່າ 5.000 ຄົນ ຜູ້ຊອກວຽກເຮັດງານທຳ ຈະຖືກຄັດເລືອກບັນຈຸເຂົ້າໃນຕຳແໜ່ງງານວ່າງຂອງບັນດາຫົວໜ່ວຍແຮງງານ ໂຄງການ ແລະ ເຂດເສດຖະກິດພິເສດຈຳນວນ 1.000 ຄົນ ນອກຈາກນີ້ ພາຍໃນງານຍັງມີກິດຈະກຳຫຼາຍຢ່າງ ເປັນຕົ້ນ ການລົງທະບຽນຮັບສະໝັກງານຜ່ານລະບົບອິນເຕີເນັດ ການສຳພາດເຂົ້າເຮັດວຽກ ການໃຫ້ຂໍ້ມູນຂ່າວສານດ້ານແຮງງານ ເຝິກອົບຮົມວິຊາຊີບ ການເຜີຍແຜ່ເວັບໄຊບໍລິການຈັດຫາງານສາທາລະນະຊົນ ວາງສະແດງຮູບພາບການເຄື່ອນໄຫວຂອງວຽກງານການພັດທະນາສີມືແຮງງານ ແລະ ຈັດຫາງານແຕ່ລະໄລຍະ ໃຫ້ຄຳປຶກສາກ່ຽວກັບການເຂົ້າປະກັນສັງຄົມ ການປິ່ນປົວສຸຂະພາບ ແຂ່ງຂັນສືມືແຮງງານ ການແກະສະຫຼັກຜັກ ໝາກໄມ້ ຕົບແຕ່ງໂຕະອາຫານແບບພື້ນຖານ ການແຕ່ງຊົງຜົມເຈົ້າສາວ ການແຕ່ງເລັບ ການປະກອບໄຟຟ້າອາຄານແບບພື້ນຖານ ແລະ ອື່ນໆ ງານຄັ້ງນີ້ ຈະຈັດນັບແຕ່ວັນທີ 18-21 ທັນວາ ທີ່ພະແນກ ຮສສ ນວ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ.


# ຂ່າວ & ພາບ: ອົ່ນ ໄຟສົມທອງ