ງານມະໂຫລານສຽງແຄນເຊື້ອລາວມໍລະດົກ ເພື່ອສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ສ້າງຂະບວນຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ຈັດຂຶ້ນວັນທີ 18 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂອງພັກ-ລັດ ຈາກກະຊວງ ອົງການທຽບເທົ່າຂັ້ນສູນກາງ ນະຄອນຫຼວງວຽງຈັນ ຄະນະສະມາຄົມສິລະປະແຄນລາວ ຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ການຈັດງານຄັ້ງນີ້ ເພື່ອສ້າງບັນຍາກາດໃຫ້ແກ່ການສະເຫຼີມສະຫຼອງວັນເກີດຂອງປະທານ ໄກສອນ ພົມວິຫານຄົບຮອບ 100 ປີ ແລະ ວັນຊາດທີ 2 ທັນວາຄົບຮອບ 45 ປີ ເປັນຂະບວນຟົດຟື້ນ ທັງເປັນການປຸກລະດົມຊຸກຍູ້ ສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ແລະ ສ້າງຈິດສຳນຶກໃຫ້ທົ່ວປວງຊົນລາວທັງຊາດ ຮູ້ບຸນຄຸນ ຄຸນງາມຄວາມດີ ແລະ ຄວາມປີຊາສາມາດຂອງພັກປະຊາຊົນປະຕິວັດລາວ ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງການປະຕິວັດລາວ ແນໃສ່ປຸກລະດົມໃຫ້ທົ່ວພັກ ທົ່ວລັດ ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ກຽມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ນອກນັ້ນ ເພື່ອເປັນການປຸກລະດົມກຳລັງໃຈຂອງຂະບວນການສິລະປະ ວັດທະນະທຳ ໂດຍສະເພາະແຄນລາວ ເຊິ່ງໄດ້ເຕົ້າໂຮມສິລະປິນ ໝໍແຄນ ໝໍຂັບ ໝໍລຳ ຊ່າງເຮັດແຄນ ເພື່ອພ້ອມກັນອະນຸຮັກ ເສີມຂະຫຍາຍມູນເຊື້ອຂອງແຄນ ແລະ ສຽງແຄນເຊື້ອຊາດລາວມໍລະດົກໂລກໃຫ້ຍືນຍົງຢູ່ຄູ່ຄົນລາວ-ຊາດລາວ ແລະ ຊາວໂລກຕະຫຼອດໄປ.

ໃນພິທີດັ່ງກ່າວຍັງໄດ້ປະກາດຜົນ ແລະ ມອບລາງວັນການແຂ່ງຂັນສີມືຊ່າງເຮັດແຄນດີເດັ່ນທົ່ວປະເທດ ປະຈຳປີ 2020 ເຊິ່ງລາງວັນທີ 1 ໄດ້ແກ່ທ່ານ ໂອວັນ ອຸດົມສຸກ ໄດ້ຮັບໂລ້ລາງວັນ ພ້ອມເງິນສົດ 4.000.000 ກີບ ແລະ ໃບກຽດຕິຄຸນ ໃຫ້ກຽດມອບລາງວັນຂອງທ່ານ ຄຳພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ ຜູ້ປະຈຳການຄະນະຮັບຜິດຊອບສະເຫຼີມສະຫຼອງວັນສຳຄັນຂອງຊາດ-ຂອງພັກ ລາງວັນທີ 2 ທ່ານ ຈັນສີ ອຸດົມສຸກ ໄດ້ຮັບໂລ້ລາງວັນ ພ້ອມເງິນສົດ 3.200.000 ກີບ ໃຫ້ກຽດມອບລາງວັນຂອງທ່ານ ສິນລະວົງ ຄຸດໄພທູນ ລາງວັນທີ 3 ທ່ານ ແກ່ນ ອຸດົມສຸກ ໄດ້ຮັບໂລ້ລາງວັນ ພ້ອມເງິນສົດ 2.500.000 ກີບ ໃຫ້ກຽດມອບລາງວັນຂອງທ່ານ ກິແກ້ວ ໄຂຄຳພິທູນ ແລະ ລາງວັນຊົມເຊີຍ ທ່ານ ສາຍທອງ ສາຍທະສິນ ໄດ້ຮັບເງິນສົດ 2.000.000 ກີບ ໃຫ້ກຽດມອບລາງວັນຂອງທ່ານ ຈະເລີນ ເຢຍປ່າວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເຊິ່ງຜູ້ທີ່ໄດ້ຮັບລາງວັນທັງໝົດນີ້ ລ້ວນແຕ່ເປັນຊ່າງແຄນມາຈາກເມືອງພູກູດ ແຂວງຊຽງຂວາງ.













# ຂ່າວ & ພາບ: ຂັນທະວີ