ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ສ້າງຂະບວນການອອກແຮງງານວັນເສົາແດງຢູ່ຕໍ່ໜ້າພິພິຕະພັນປະທານ ໄກສອນ ພົມວິຫານ ຕອນເຊົ້າວັນທີ 19 ທັນວາ 2020 ໂດຍການນຳພາຂອງທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ການອອກແຮງງານຄັ້ງນີ້ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ຄຳນັບຮັບຕ້ອນໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ພ້ອມກັນປັດກວາດ ຊວ້ານດິນ ຕັດຫຍ້າທີ່ຮົກເຮື້ອອອກ ໃຫ້ບໍລິເວນດັ່ງກ່າວມີຄວາມສະອາດຈົບງາມ ພ້ອມນັ້ນ ຍັງເປັນການປະຕິບັດນະໂຍບາຍ 6 ສ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍສະເພາະ ສ ສະອາດ ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ: ຂັນທະວີ