ໂດຍເຫັນໄດ້ຄວາມສຳຄັນ ໃນການປິ່ນປົວຄົນເຈັບໃຫ້ມີຄວາມວ່ອງໄວ ທັນສະໄໝ ບົ່ງມະຕິຊັດເຈນ ແລະ ປິ່ນປົວໃຫ້ມີປະສິດທິຜົນ ດັ່ງນັ້ນ ວັນທີ 17 ທັນວາ 2020 ບໍລິສັດ ຊີບີເອຟ ຟາມາ ຈຶ່ງໄດ້ນຳມາມອບເຄື່ອງກວດລະບົບທາງເດີນອາຫານ ໂດຍການສ່ອງກ້ອງອຸນຕຣາຊາວ ຈຳນວນ 1 ຊຸດ ມາມອບໃຫ້ໂຮງໝໍຮ່າໂນ້ຍ-ວຽງຈັນ ເພື່ອນຳໃຊ້ເຂົ້າໃນການບໍລິການກວດກາ ແລະ ບົ່ງມະຕິຄົນເຈັບທີ່ກ່ຽວຂ້ອງລະບົບທາງເດີນຫາຍໃຈໃຫ້ມີຄວາມຊັດເຈນ.

ຕະຫຼອດໄລຍະຜ່ານມາ ໂຮງໝໍຮ່າໂນ້ຍ-ວຽງຈັນ ກໍໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການກວດ ແລະ ການປິ່ນປົວພະຍາດ ເປັນຕົ້ນແມ່ນການນຳໃຊ້ເຄື່ອງສ່ອງ-ເອໂກ ໂດຍແມ່ນບາດກ້າວອັນຍິ່ງໃຫຍ່ຂອງໂຮງໝໍ ເຊິ່ງຈະຊ່ວຍໃຫ້ບັນດາຄົນເຈັບທີ່ມາໃຊ້ບໍລິການ ໄດ້ຮັບການກວດດ້ວຍເຄື່ອງມືທີ່ທັນສະໄໝ ຊ່ວຍໃຫ້ການປິ່ນປົວໄດ້ຮັບໝາກຜົນທີ່ດີ ຊ່ວຍໃຫ້ຄົນເຈັບທີ່ມີປັນຫາກ່ຽວກັບກະເພາະ-ລຳໄສ້ ສາມາດບົ່ງມະຕິໄດ້ຊັດເຈນ ແລະ ໄດ້ຮັບການປິ່ນປົວໄດ້ທັນເວລາ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ