ສະໜາມບິນໄຮ້ສຳຜັດ ຄວາມປົກກະຕິແບບໃໝ່ໃນຍຸກ COVID-19

ຫຸ່ນ​ຍົນ​ທີ່​ສາ­ມາດ​ປຸງ​ແຕ່ງ­ອາ­ຫານ​ໄດ້ ກຳ­ລັງ​ເປັນ​ທີ່​ຕ້ອງ­ການ​ເພີ່ມ​ຫຼາຍ​ຂຶ້ນ​ໃນ​ສະ­ຫະ­ລັດ ໂດຍ​ຄວາມ​ຕ້ອງ­ການ​ທີ່​ວ່າ​ນີ້​ເພີ່ມ​ຂຶ້ນ ໃນ​ໄລ­ຍະ​ທີ່​ຮ້ານ​ອາ­ຫານ​ຕ່າງໆ​ພະ­ຍາ­ຍາມ​ທີ່ ຈະ​ກຳ­ນົດ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ພະ­ນັກ­ງານ ແລະ ລູກ​ຄ້າ​ໃນ​ໄລ­ຍະ​ວິ​ກິດ​ການ​ລະ­ບາດ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ.

ໃນ​ອີກ​ບໍ່​ເທົ່າ­ໃດ​ອາ­ທິດ​ນີ້ ຮ້ານ​ອາ­ຫານ White Castle ຈະ​ທົດ​ສອບ​ໃຊ້​ແຂນ​ຫຸ່ນ​ຍົນ ທີ່​ສາ­ມາດ​ຈືນ​ມັນ​ຝຣັ່ງ ຫຼື French fries ແລະ ເຮັດ​ອາ­ຫານ​ອື່ນໆ​ໄດ້ ໂດຍ​ຫຸ່ນ​ຍົນ​ທີ່​ມີ ຊື່­ວ່າ Flippy ນີ້ ເປັນ​ຜະ­ລິດ​ຕະ​ພັນ​ຂອງ​ບໍ­ລິ­ສັດ Miso Robotics ທີ່​ເມືອງ​ພາ​ຊາ​ເດ​ນາ ລັດ​ກາ​ລິ​ຟໍ​ເນຍ.

ທ່ານ Jamie Richardson ຮອງ​ປະ­ທານ ຮ້ານ White Castle ກ່າວ​ວ່າ ທາງ​ຮ້ານ​ໄດ້​ໂອ້​ລົມ​ກັບ​ບໍ­ລິ­ສັດ Miso ໃນ​ເລື່ອງ​ການ​ຮ່ວມ​ຫຸ້ນ​ກັນ​ມາ​ປະ­ມານ​ໜຶ່ງ​ປີ​ແລ້ວ ແລະ ການ​ເຈລະ­ຈາ​ດັ່ງ­ກ່າວ​ຈິງ​ຈັງ​ຫຼາຍ​ຂຶ້ນ ເມື່ອ​ເລີ່ມ​ມີ​ການ​ລະ­ບາດ​ຂອງ COVID-19.

ທ່ານ Richardson ກ່າວ​ວ່າ ຫຸ່ນ​ຍົນ​ຊ່ວຍ​ໃຫ້​ພະ­ນັກ­ງານ​ມີ​ເວ­ລາ​ໄປ​ເຮັດ​ວຽກ​ອື່ນໆ​ໄດ້ ເຊັ່ນ ເຮັດ​ຄວາມ​ສະ­ອາດ​ໂຕ໊ະ ຫຼື ຮັບ​ລາຍ­ການ​ອາ­ຫານ ເພື່ອ​ໄປ​ສົ່ງ​ໃຫ້​ລູກ​ຄ້າ​ທີ່​ເຮືອນ ນອກ­ຈາກ​ນີ້ ສະ­ພາບ​ແວດ​ລ້ອມ​ທີ່​ປາ­ສະ­ຈາກ​ການ​ສຳ­ຜັດ ກໍ​ມີ​ຄວາມ​ສຳ­ຄັນ​ຕໍ່​ລູກ​ຄ້າ​ຫຼາຍ​ຂຶ້ນ ເຂົາ​ຍັງ​ບອກ​ວ່າ ຈາກ​ນີ້ ທົ່ວ​ໂລກ​ຕ້ອງ​ຄິດ​ປັບ​ປ່ຽນ​ຮູບ​ແບບ​ເລື່ອງ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ​ຫຼາຍ​ຂຶ້ນ.

ປັດ­ຈຸ­ບັນ ຫຸ່ນ​ຍົນ Flippy ມີ​ລາ­ຄາ​ຢູ່​ທີ່ 30.000 ໂດ​ລາ​ສະ­ຫະ­ລັດ ພ້ອມ​ຄ່າ​ບໍ­ລິ­ການ​ລາຍ​ເດືອນ​ອີກ 1.500 ໂດ​ລາ ໂດຍ​ບໍ­ລິ­ສັດ Miso ມີ​ແຜນ­ທີ່​ຈະ​ໃຫ້​ຜູ້​ປະ­ກອບ​ການ​ຮ້ານ​ອາ­ຫານ ນຳ​ຫຸ່ນ​ຍົນ​ໄປ​ໃຊ້​ໂດຍ​ທີ່​ບໍ່​ຕ້ອງ​ຈ່າຍ​ເງິນ​ຄ່າ​ຊື້​ຫຸ່ນ​ຍົນ ແຕ່​ຕ້ອງ​ເສຍ​ຄ່າ​ບໍ­ລິ­ການ​ລາຍ​ເດືອນ​ທີ່​ສູງ​ຂຶ້ນ​ແທນ.

ຫຸ່ນ​ຍົນ​ເຮັດ​ອາ­ຫານ​ນັ້ນ ກາຍ​ມາ​ເປັນ​ທີ່​ນິ­ຍົມ​ຕັ້ງ­ແຕ່​ກ່ອນ​ການ​ລະ­ບາດ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ ເມື່ອ​ໂຮງ­ໝໍ ຮ້ານ​ອາ­ຫານ ຕາມ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ສະ­ຖານ­ທີ່​ອື່ນໆ ພະ­ຍາ­ຍາມ​ທີ່​ຈະ​ຫຼຸດ​ຕົ້ນ​ທຶນ​ຄ່າ​ແຮງ​ງານ​ລົງ​ດ້ວຍ​ການ​ໃຊ້​ຫຸ່ນ​ຍົນ.

ຕົວ­ຢ່າງ​ເຊັ່ນ ຫຸ່ນ​ຍົນ​ພໍ່­ຄົວ ໄດ້​ປາ­ກົດ​ຕົວ​ຕາມ​ຮ້ານ​ອາ­ຫານ​ຕ່າງໆ​ມາ​ແລ້ວ ເຊັ່ນ​ທີ່​ຮ້ານ Creator ໃນ​ນະ­ຄອນ​ຊານ​ຟຣານ​ຊິ​ສ​ໂກ.

ທັງ​ນີ້ ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ໂລກ ສະ­ຫະ­ລັດ ຫຼື CDC ຊີ້​ແຈງ​ວ່າ ຄວາມ​ສ່ຽງ​ທີ່​ຈະ​ຕິດ COVID-19 ຈາກ​ການ​ສຳ­ຜັດ ຫຼື ກິນ​ອາ­ຫານ​ນອກ​ເຮືອນ​ນັ້ນ ຢູ່​ໃນ​ລະ­ດັບ​ຕ່ຳ ແຕ່​ກໍ​ມີ​ລາຍ​ງານ​ເລື່ອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ນີ້ ຫຼາຍ​ຕໍ່​ຫຼາຍ​ຄັ້ງ ໃນ​ບັນ­ດາ​ພະ­ນັກ­ງານ​ຮ້ານ​ອາ­ຫານ ແລະ ລູກ​ຄ້າ.

ທ່ານ Vipin Jain ຜູ້​ຮ່ວມ​ກໍ່​ຕັ້ງ ແລະ ເປັນ​ຜູ້​ບໍ­ລິ­ຫານ​ຂອງ Blendid ເຊິ່ງ​ເປັນ​ບໍ­ລິ­ສັດ​ສະ​ຕາດ​ອັບ​ທີ່ Silicon Valley ຄາດ​ວ່າ ໃນ​ອີກ​ສອງ​ປີ​ຂ້າງ​ໜ້າ ເຮົາ​ຈະ​ໄດ້​ເຫັນ​ການ​ໃຊ້​ຫຸ່ນ​ຍົນ​ໃນ​ອຸດ­ສາ­ຫະ­ກຳ​ອາ­ຫານ​ຫຼາຍ​ຂຶ້ນ ເຊິ່ງ​ເປັນ​ເພາະ​ຜົນ​ພວງ​ຈາກ COVID-19.

ຢ່າງ­ໃດ​ກໍ​ຕາມ ຜູ້​ສັງ­ເກດ​ການ​ບາງ​ຄົນ​ກ່າວ​ວ່າ ການ​ໃຊ້​ຫຸ່ນ​ຍົນ​ອາດ​ເຮັດ​ໃຫ້​ຄວາມ​ຕ້ອງ­ການ​ໃນ​ດ້ານ​ແຮງ​ງານ​ຫຼຸດ​ລົງ​ໄດ້.

ທ່ານ Tonya Johnson ຜູ້­ອຳ­ນວຍ­ການ​ຝ່າຍ​ບໍ­ລິ­ການ​ໂພ­ຊະ​ນາ​ການ​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ University of Arkansas for Medical Sciences ທີ່​ເມືອງ​ລິດ​ເຕິ​ລ​ຣັອກ ຕັ້ງ​ຂໍ້​ສັງ­ເກດ​ວ່າ ພະ­ນັກ­ງານ​ໃນ​ຄາ​ເຟ່​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ ເຄີຍ​ໃຊ້​ເວ­ລາ​ໃນ​ການ​ເຮັດ​ສະ­ຫຼັດ​ວັນ​ລະ 6 ຊົ່ວ­ໂມງ ແຕ່​ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ ທາງ​ມະ­ຫາ­ວິ­ທະ­ຍາ­ໄລ​ໄດ້​ນຳ​ຫຸ່ນ​ຍົນ Sally ມາ​ໃຊ້ ເຊິ່ງ​ສາ­ມາດ​ເຮັດ​ສະ­ຫຼັດ​ໄດ້​ປະ­ມານ​ວັນ​ລະ 40 ອໍ​ເດີ.

ການ​ເພີ່ມ Sally ເຂົ້າ​ມາ ເຮັດ​ໃຫ້​ທາງ​ມະ­ຫາ­ວິ­ທະ­ຍາ­ໄລ​ບໍ່​ຕ້ອງ​ເປີດ​ຮັບ​ສະ­ໝັກ​ພະ­ນັກ­ງານ​ໃນ​ຄົວ​ອີກ​ຕໍ່​ໄປ ແລະ ເຂົາ​ຄິດ​ວ່າ ການ​ເກີດ​ພະ­ຍາດ​ລະ­ບາດ​ໃຫຍ່​ນີ້ ເຮັດ​ໃຫ້​ຮັບ​ຮູ້​ໄດ້​ວ່າ​ຫຸ່ນ​ຍົນ​ແບບ Sally ນັ້ນ​ມີ​ຄວາມ​ຈຳ­ເປັນ​ຫຼວງ­ຫຼາຍ​ພຽງ​ໃດ.

error: Content is protected !!