“ໂລກຫົວໃຈ”’ ສາເຫດອັນດັບໜຶ່ງທີ່ເຮັດໃຫ້ຄົນເສຍຊີວິດ ເປັນໂລກທີ່ ໃກ້ຕົວຄົນເຮົາ ຫຼາຍກວ່າທີ່ຄິດ ເພາະຖືໄດ້ວ່າເປັນໄພງຽບທີ່ຮ້າຍແຮງ ບໍ່ສະແດງ ອາການໃຫ້ເຫັນໃນໄລຍະເລີ່ມຕົ້ນ ຫຼື ອາດຈະເປັນ ພຽງແຕ່ເລັກໆນ້ອຍໆ ບາງຢ່າງກໍ ຢາກທີ່ຈະບອກວ່າເຮົາກຳລັງປະເຊີນກັບໂລກຫົວໃຈຢູ່ ແລະ ນີ້ຄື 7 ສັນຍານກ່ຽວກັບໂລກ “ຫົວໃຈວາຍ”.
ຫົວໃຈວາຍ ໝາຍເຖິງ ຫຼອດເລືອດຫົວໃຈອຸດຕັນ ໂດຍສິ້ນເຊີງ ກ້າມຊີ້ນຫົວໃຈເລີ່ມຕາຍໄປ ອາການ ອາດເປັນຢູ່ດົນກວ່າ 15 ນາທີ ແລະ ບໍ່ທຸເລົາລົງ ໂດຍການພັກ ຫຼື ໄດ້ຮັບຢາ ດັ່ງນັ້ນ ເມື່ອເກີດອາ ການເຈັບເຄັ້ນຫົວໃຈ ຢ່າລໍຖ້າດົນ ເພາະເຊລກ້າມ ຊີ້ນຫົວໃຈທີ່ຂາດເລືອດ ອາດຈະຕາຍລົງໄດ້ພາຍ ໃນບໍ່ເທົ່າໃດນາທີ.
7 ສັນຍານເຕືອນ “ຫົວໃຈວາຍ”
1. ອ່ອນເພຍຫຼາຍ ຜູ້ທີ່ມີອາການຫົວໃຈວາຍ ຈະຮູ້ສຶກເມື່ອຍຈົນບໍ່ສາມາດເຮັດກິດຈະວັດປະຈຳ ວັນຂອງຕົວເອງໄດ້ຕາມປົກກະຕິ ເພາະເມື່ອອາ ການຫົວໃຈວາຍ ລະບົບໄຫຼວຽນເລືອດຈະຫຼຸດລົງ ເຮັດໃຫ້ພາວະຕຶງຄຽດໃນກ້າມຊີ້ນ ຊຶ່ງຈະເຮັດໃຫ້ເກີດອາການອ່ອນເພຍໄດ້ ດັ່ງນັ້ນ ຫາກເກີດອາ ການອ່ອນເພຍຫຼາຍຜິດປົກກະຕິ ໃຫ້ໄປຫາແພດ ຫຼື ເຮັດການກວດບົ່ງມະຕິໃຫ້ແນ່ໃຈ.
2. ມີອາການເຈັບປວດຢ່າງຮຸນແຮງບໍລິເວນຫຼັງ ແຂນ ຫຼື ໜ້າເອິກ ເປັນສັນຍານງຽບຂອງອາການ ຫົວໃຈວາຍ ເມື່ອເຊລກ້າມຊີ້ນເລີ່ມຂາດອົກຊິແຊນ ຈະສົ່ງຜົນໃຫ້ເກີດອາການເຈັບປວດ ຊຶ່ງເມື່ອເກີດ ອາການຫົວໃຈວາຍ ຫຼອດເລືອດຫົວໃຈຈະຖືກ ປິດກັ້ນ ເພື່ອປ້ອງກັນບໍ່ໃຫ້ອົກຊິແຊນໃນເລືອດໄປ ລ້ຽງກ້າມຊີ້ນ ແລະ ອາການນີ້ຈະສົ່ງສັນຍານໄປ ຍັງສະໝອງ ແຕ່ສະໝອງຈະເກີດອາການສັບສົນ ເຮັດໃຫ້ເກີດອາການເຈັບປວດຢ່າງຮຸນແຮງທີ່ບໍລິ ເວນອື່ນ ບໍ່ພຽງແຕ່ບໍລິເວນໜ້າເອິກເທົ່ານັ້ນ.
3. ຫາຍໃຈຖີ່ ຫາກທ່ານຮູ້ສຶກວ່າການຍ່າງຂຶ້ນ ຂັ້ນໄດ ເຮັດໃຫ້ທ່ານເມື່ອຍງ່າຍ ແລະ ຫາຍໃຈຖີ່ ກວ່າປົກກະຕິ ນັ້ນອາດຈະເປັນສັນຍານທີ່ບອກວ່າ ທ່ານກຳລັງປະເຊີນກັບໂລກຫົວໃຈກໍເປັນໄດ້ ເພາະ ຫົວໃຈນັ້ນມີສ່ວນສຳຄັນໃນການລຳລຽງອົກຊິ ແຊນ ໄປຍັງສ່ວນຕ່າງໆຂອງຮ່າງກາຍ ແລະ ຊ່ວຍ ກຳຈັດກາກບອນກີອອກໄຊ ຊຶ່ງຖ້າຫາກຫົວໃຈເກີດ ເຮັດວຽກຜິດປົກກະຕິ ກໍອາດຈະເຮັດໃຫ້ທ່ານຫາຍ ໃຈຖີ່ໄດ້ນັ້ນເອງ.
4. ແສບຮ້ອນກາງໜ້າເອິກ ອາການແສບຮ້ອນ ຂອງໜ້າເອິກ ຫຼາຍຄົນອາດຄິດວ່າເປັນພຽງແຕ່ ອາການຂອງໂລກກົດໄຫຼຢ້ອນ ຖ້າຫາກອາການ ດັ່ງກ່າວທີ່ວ່ານີ້ໜັກຈົນສົ່ງຜົນເຮັດໃຫ້ທ່ານບໍ່ສາ ມາດເຮັດອັນໃດໄດ້ ນັ້ນອາດຈະເປັນເພາະສາເຫດ ຂອງໂລກຫົວໃຈໄດ້ ເພາະໂລກຫຼອດເລືອດຫົວໃຈ ຕີບກໍສາມາດເຮັດໃຫ້ເກີດອາການແສບຮ້ອນທີ່ ກາງເອິກໄດ້ເຊັ່ນກັນ ດັ່ງນັ້ນ ຢ່າລັງເລທີ່ຈະໄປພົບ ແພດໝໍ ຫາກມີອາການດັ່ງກ່າວ.
5. ທ້ອງໄສ້ປັ່ນປ່ວນ ສັນຍານເຕືອນພາວະຫົວ ໃຈລົ້ມເຫຼວໃນບາງຄັ້ງ ກໍມີອາການປຸ້ນທ້ອງ ປວດ ຮາກ ຫຼື ອາການລຳໄສ້ປັ່ນປ່ວນ ດັ່ງນັ້ນ ຢ່າລະເລີຍ ແລະ ບໍ່ຄິດເຖິງຄວາມອັນຕະລາຍຂອງອາການ ເຫຼົ່ານີ້ ເພາະມັນອາດນຳອັນຕະລາຍມາສູ່ຊີວິດ ຂອງທ່ານໄດ້.
6. ອຶດອັດບໍລິເວນຄໍ ແລະ ຄາງກະໄຕ ອາການ ອຶດອັດເຫຼົ່ານີ້ ມັກຈະພົບກັບຜູ້ທີ່ປ່ວຍເປັນໂລກເບົາ ຫວານ ຊຶ່ງເປັນສາເຫດຂອງໂລກຫົວໃຈຢ່າງໜຶ່ງ ໂດຍສາເຫດນັ້ນເກີດຈາກການປ່ຽນແປງພາຍໃນ ຮ່າງກາຍ ເຊັ່ນ ໂລກຫົວໃຈ ຊຶ່ງຈະສົ່ງຜົນຕໍ່ປະສາດ ຄວາມຮູ້ສຶກ ແຕ່ອາການເຫຼົ່ານີ້ເກີດຂຶ້ນໄດ້ໜ້ອຍ ກວ່າອາການເຈັບໜ້າເອິກ ຫາກມີອາການດັ່ງກ່າວ ຄວນຮີບໄປຫາແພດໃຫ້ໄວທີ່ສຸດ.
7. ຮູ້ສຶກວ່າມີບາງຢ່າງຜິດປົກກະຕິ ຜູ້ປ່ວຍທີ່ມີ ອາການໂລກຫົວໃຈ ຈະຮູ້ສຶກວ່າມີບາງຢ່າງຜິດ ປົກກະຕິໄປຈາກເດີມ ຊຶ່ງຄວາມຄິດຕ່າງໆເຫຼົ່ານີ້ ຖືວ່າເປັນສັນຍານງຽບທີ່ບໍ່ຄວນລະເລີຍ ເຖິງແມ່ນ ວ່າຜົນທີ່ອອກມາອາດບໍ່ແມ່ນຢ່າງທີ່ຄິດ ແຕ່ການ ເຊື່ອສັນຊາດຕະຍານຂອງຕົວເອງ ກໍອາດເຮັດໃຫ້ທ່ານປອດໄພຈາກອາການຫົວໃຈວາຍຮຸນແຮງໄດ້.
ອາການຢ່າງໃດທີ່ເອີ້ນວ່າ “ເຈັບໜ້າເອິກຈາກ ໂລກຫົວໃຈ”
1. ເຈັບແໜ້ນ ຫຼືຮູ້ສຶກບໍ່ສະບາຍຢູ່ກາງໜ້າເອິກ.
2. ອາການເຈັບໜ້າເອິກລ້າວໄປທີ່ຄໍ ແຂນ ຫຼື ຄາງກະໄຕ.
3. ເຫື່ອອອກຫຼາຍຈົນຮູ້ສຶກໜາວບໍລິເວນລຳຕົວສ່ວນເທິງ ອາດມີການວິນວຽນ ຫາຍໃຈບໍ່ອີ່ມ ແລະ ການປຸ້ນ ທ້ອງນຳດ້ວຍ.
4. ອາການເຫຼົ່ານີ້ ອາດເກີດຂະນະທີ່ອອກກຳ ລັງກາຍ ຫຼື ມີອາລົມເຄັ່ງຄຽດກະທັນຫັນ.
5. ອາການເຫຼົ່ານີ້ ມັນຈະຢູ່ປະມານ 1-10 ນາທີ.
6. ຮູ້ສຶກຫາຍໃຈບໍ່ທັນຂະນະທີ່ອອກກຳລັງກາຍຢ່າງທີ່ບໍ່ເຄີຍເປັນມາກ່ອນ.
7. ຮູ້ສຶກແໜ້ນອຶດອັດທ້ອງຢ່າງແຮງ ຖ້າອອກກຳລັງກາຍທັນທີຫຼັງຮັບປະທານອາຫານ.
ຜູ້ທີ່ສ່ຽງຕໍ່ການເກີດ “ຫົວໃຈວາຍ” ມີດັ່ງນີ້
ບໍ່ພຽງແຕ່ຜູ້ທີ່ເປັນໂລກຫົວໃຈຢູ່ແລ້ວ ເພາະທຸກ ຄົນສາມາດເກີດອາການຫົວໃຈວາຍໄດ້
1. ຜູ້ທີ່ມີໄຂມັນໃນເລືອດສູງ ມັກກິນອາຫານມັນໆ.
2. ຜູ້ທີ່ສູບຢາຫຼາຍ.
3. ຜູ້ທີ່ເປັນໂລກຄວາມດັນເລືອດສູງ.
4. ຜູ້ທີ່ເປັນໂລກເບົາຫວານ.
5. ຄົນອ້ວນ ແລະ ບໍ່ຄ່ອຍໄດ້ອອກກຳລັງກາຍ.
6. ເຄັ່ງຄຽດງ່າຍ ແລະ ເຄັ່ງຄຽດເລື້ອຍ.
7. ຄົນໃນຄອບຄົວຂອງທ່ານມີປະຫວັດເປັນໂລກຫົວໃຈມາກ່ອນ.
ວ. ດາລາວົງ – ນຳສະເໜີ