ເຖິງແມ່ນວ່າສະພາບການລະບາດຂອງ Covid-19 ໃນທົ່ວໂລກ ຍັງຢູ່ໃນສະຖານະການທີ່ໜ້າເປັນຫ່ວງ ແຕ່ຫຼາຍປະເທດກໍໄດ້ເລັ່ງຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ໂດຍມີການວາງນະໂຍບາຍຈັດຕັ້ງໂຄງການກິດຈະກຳຕ່າງໆ ເພື່ອຟື້ນຟູເສດຖະກິດໃຫ້ຄ່ອຍໆກັບສູ່ສະພາບປົກກະຕິ ພ້ອມກັນນັ້ນກໍຍັງເອົາໃຈ ໃສ່ໃນການປ້ອງກັນການລະບາດ ເພື່ອໃຫ້ Covid-19 ໃຫ້ໝົດໄປຈາກສັງຄົມ.

ມາເລເຊຍ ປະເທດປາຍທາງທີ່ມີຊື່ສຽງດ້ານການທ່ອງທ່ຽວ ກໍໄດ້ຮັບຜົນກະທົບບໍ່ໜ້ອຍ ໂດຍ ສະເພາະ ອຸດສາກະກຳການທ່ອງທ່ຽວ ເຮັດໃຫ້ທາງລັດຖະບານ ກໍຄື ອົງການທ່ອງທ່ຽວມາເລເຊຍ ໄດ້ເອົາໃຈໃສ່ເຮັດວຽກເພື່ອຊ່ວຍກະຕຸ້ນການທ່ອງທ່ຽວ ເພື່ອເຮັດ ໃຫ້ການທ່ອງທ່ຽວກັບມາຄຶກຄັກອີກຄັ້ງພາຍຫຼັງທີ່ໄດ້ເປີດປະເທດ.

ສຳລັບອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ກໍໄດ້ພະຍາຍາມທຸກວິທີທາງເພື່ອປະກອບສ່ວນເຂົ້າໃນການຟື້ນຟູການທ່ອງທ່ຽວ ໂດຍການຈັດກິດຈະກຳ ຕ່າງໆ ບໍ່ວ່າຈະເປັນການເຂົ້າວາງ ສະແດງໃນງານວາງສະແດງ ແນວທາງການພັດທະນາການ ທ່ອງທ່ຽວແບບຍືນຍົງ ອາຊຽນ 2020 ທີ່ຈັດຂຶ້ນຢູ່ໂຮງແຮມຄຣາວພລາຊາ ໃນເມື່ອບໍ່ດົນຜ່ານມາ ແລະ ກິດຈະກຳອື່ນໆ ທີ່ລວມໄປ ເຖິງການພົບປະກັບສື່ ແລະ ຮັບປະທານອາຫານທ່ຽງ ໃນວັນທີ 16 ທັນວາ 2020 ພ້ອມນັ້ນ ກໍຍັງຈັດງານພົບປະບໍລິສັດທ່ອງທ່ຽວ ໃນວັນທີ 15 ທັນວາແນໃສ່ເພື່ອເປັນອີກຊ່ອງທາງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ານ ການທ່ອງທ່ຽວຂອງປະເທດມາເລເຊຍ ເພື່ອດຶງດູດນັກທ່ອງທ່ຽວລາວເດີນທາງໄປຢ້ຽມຢາມປະເທດມາເລເຊຍ ພາຍຫຼັງທີ່ຢຸດການລະບາດຂອງ Covid-19.

ທ່ານນາງ ສໍດາລີ ຈັນທະວົງ ຫົວໜ້າການຕະຫຼາດ ອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ກ່າວວ່າ: ອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ໄດ້ຈັດງານພົບປະ ແລະ ຮັບປະທານອາຫານ ທ່ຽງຮ່ວມສື່ມວນຊົນໃນມື້ນີ້ ເພື່ອເປັນການສະແດງຄວາມຂອບໃຈ ມາຍັງທາງສື່ມວນຊົນທີ່ໄດ້ໃຫ້ ຄວາມຮ່ວມໄມ້ຮ່ວມມືເປັນຢ່າງດີ ກັບອົງການທ່ອງທ່ຽວມາເລເຊຍ ຕະຫຼອດມາ ພ້ອມທັງເປັນການ ສ້າງໂອກາດໃຫ້ທາງທ່ອງທ່ຽວມາເລເຊຍ ແລະ ບັນດາສື່ ໄດ້ພົບປະແລກປ່ຽນຄວາມຄິດເຫັນ ແລະ ປະສົບການໃນການເດີນທາງ ຢ້ຽມຢາມປະເທດມາເລເຊຍ ການເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ການເຮັດວຽກຮ່ວມກັນລະຫວ່າງ ອົງການທ່ອງທ່ຽວມາເລເຊຍ ແລະ ສື່ມວນຊົນລາວສະດວກຍິ່ງ ຂຶ້ນ.

ບໍ່ພຽງແຕ່ເທົ່ານັ້ນບັນດາສື່ ມວນຊົນທີ່ເຂົ້າຮ່ວມໃນງານດັ່ງກ່າວ ຍັງໄດ້ຊິມອາຫານມາເລ ເຊຍ ໃຫ້ສຳຜັດ ແລະ ຮັບຮູ້ເຖິງ ກິ່ນອາຍຂອງປະເທດມາເລເຊຍ ໃນໄລຍະທີ່ຍັງປິດປະເທດຢູ່ ເພື່ອ ໃຫ້ທຸກຄົນທີ່ເຂົ້າຮ່ວມງານ ໂດຍ ສະເພາະຄົນທີ່ເຄີຍເດີນທາງໄປສຳຜັດກັບບັນຍາກາດຕົວຈິງມາ ແລ້ວ ໄດ້ຄິດເຖິງມາເລເຊຍ ແລະ ໃຫ້ມາເລເຊຍເປັນອີກປະເທດ ໜຶ່ງທີ່ຢາກໄປທ່ຽວເມື່ອມີການ ເປີດປະເທດ.
ຢ່າງໃດກໍຕາມ ກິດຈະກຳດັ່ງກ່າວ ຖືວ່າເປັນອີກທາງເລືອກ ໜຶ່ງທີ່ທາງອົງການມາເລເຊຍ ສາມາດເຮັດໄດ້ ເຖິງແມ່ນວ່າ ຕອນນີ້ຈະຍັງບໍ່ສາມາດເປີດປະເທດ ແລະ ເຊີນທາງສື່ມວນຊົນ ໄປຮ່ວມງານ Fam Trip ໄດ້ຄືດັ່ງທີ່ຜ່ານມາ.

ນອກຈາກນີ້ ທາງອົງການທ່ອງທ່ຽວມາເລເຊຍ ຍັງໄດ້ຈັດງານພົບປະກັບບັນດາບໍລິສັດທົວ ຕ່າງໆ ເພື່ອປຶກສາຫາລືເຖິງແຜນ ການຂອງປີໜ້າວ່າເຮົາຈະຮ່ວມມື ກັນແນວໃດ ເພື່ອກະຕຸ້ນໃຫ້ຄົນລາວໄປທ່ຽວມາເລເຊຍຫຼັງປະເທດເປີດທາງມາເລເຊຍ ຈະມີ ຂໍ້ກຳນົດແນວໃດ ສຳລັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າປະເທດ ຫຼັງເປີດປະເທດຢ່າງປອດໄພ ແລະ ໝັ້ນໃຈ ໃນນັ້ນ ຍັງໄດ້ປຶກສາຫາລືເຖິງຄວາມອາດເປັນໄປໄດ້ທີ່ ທາງມາເລເຊຍ ແລະ ລາວ ຈະໄດ້ຈັບມືກັນໃນການທ່ອງທ່ຽວລະຫວ່າງສອງປະເທດ ຫຼື ເອີ້ນວ່າ travel bubble ໃນອານາຄົດອີກດ້ວຍ ແຕ່ນັ້ນກໍຍັງຕ້ອງໄດ້ເບິ່ງສະພາບຕົວຈິງອີກ ເພາະລາວກໍ ຈັດເຂົ້າໃນຈຳນວນປະເທດທີ່ຢູ່ ໃນກຸ່ມເປົ້າໝາຍຂອງມາເລເຊຍ ທີ່ຈະຈັບມືໃນການທ່ອງທ່ຽວລະຫວ່າງປະເທດ.

ຢ່າງໃດກໍຕາມອົງການທ່ອງທ່ຽວມາເລເຊຍ ກໍໄດ້ເຮັດວຽກ ຢ່າງໜັກໃນໄລຍະທີ່ມີການລະ ບາດຂອງ Covid-19 ເພື່ອກຽມ ແຜນກະຕຸ້ນການທ່ອງທ່ຽວໃຫ້ ນັກທ່ອງທ່ຽວໃຫ້ຟື້ນໂຕໂດຍໄວ ພາຍຫຼັງທີ່ເປີດປະເທດ ໂດຍການ ຈັບມືກັບຜູ້ປະກອບການຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບການ ທ່ອງທ່ຽວທຸກພາກສ່ວນເພື່ອໃຫ້ ໄດ້ລາຄາລາຍການທ່ອງທ່ຽວຖືກລົງ ແລະ ທຸກຄົນສາມາດອອກໄປທ່ຽວໄດ້.
ໂດຍ: ສ.ຣາຊະສີ