ສໍາເລັດການໄປທັດ​ສະ​ນະ​ສຶກ​ສາ ແລະ ທ່ອງທ່ຽວຢູ່ 2 ແຂວງ​ພາກກາງ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ສໍາເລັດການນຳ​ພາ​ພະ​ນັກ​ງານ​-ລັດ​ຖະ​ກອນພາຍ​ໃນ​ຂົງ​ເຂດ ຖວ​ທ ​ໄປ​ທັດ​ສະ​ນະ​ສຶກ​ສາ-ທ່ອງ​ທ່ຽວ ຢູ່ແຂວງ​ຄຳ​ມ່ວນ ແລະ ແຂວງສະ​ຫວັນ​ນະ​ເຂດ ​ວັນ​ທີ 18-20 ທັນ​ວາ 2020 ເພື່ອຊຸກຍູ້ວຽກງານທ່ອງທ່ຽວ ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ທັງເປັນ​ການແລກປ່ຽນບົດຮຽນກ່ຽວກັບວຽກງານການທ່ອງທ່ຽວ ແລະ ​ສ້າງ​ກິດ​ຈະ​ກຳ​ສົ່ງ​ທ້າຍ​ປີ​ເກົ່າ​ ແລະ ຕ້ອນ​ຮັບ​ປີ​ໃໝ່ສາກົນ 2021 ໃຫ້ມີບັນຍາກາດຄຶກຄຶ້ນ ແລະ ມີເນື້ອໃນເລິກເຊິ່ງ.

    ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ໃຫ້ສໍາພາດວ່າ: ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ວຽກງານການທ່ອງທ່ຽວຢູ່ບັນດາແຂວງພາຍໃນປະເທດມີທ່າອ່ຽງຫຼຸດລົງ ການນໍາພາຄະນະມາທັດສະນະ ແລະ ທ່ອງທ່ຽວຄັ້ງນີ້ ຈຶ່ງເປັນກິດຈະກໍາໜຶ່ງທີ່ເຮັດໃຫ້ໂຄງການລາວທ່ຽວລາວ ທີ່ກະຊວງ ຖວທ ກໍຄືການນໍາ ນວ ກໍານົດອອກ ພະແນກ ຖວທ ນວ ເປັນຜູ້ຈັດຕັ້ງປະຕິບັດ ປາກົດຜົນເປັນຈິງ ເຊິ່ງຜ່ານການທ່ອງທ່ຽວຕົວຈິງ ນັກທ່ອງທ່ຽວຢູ່ຂະບວນຂອງພວກເຮົາແມ່ນມີຄວາມປະທັບໃຈຫຼາຍ ສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆໃນແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ມີຄວາມສວຍສົດງົດງາມ ດ້ານທີ່ພັກ ຮ້ານອາຫານ ຜູ້ປະກອບການກໍມີຄວາມກຽມພ້ອມຕ້ອນຮັບນັກທ່ອງທ່ຽວເປັນຢ່າງດີ ນອກນີ້ ຍັງມີສ່ວນຫຼຸດສໍາລັບນັກທ່ອງທ່ຽວ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນໃຫ້ນັບມື້ດີຂຶ້ນ ຈຶ່ງຂໍເຊີນຊວນປະຊາຊົນລາວ ໂດຍສະເພາະຊາວ ນວ ເຂົ້າຮ່ວມກິດຈະກໍາຊຸກຍູ້ສົ່ງເສີມໂຄງການລາວທ່ຽວລາວໃຫ້ກວ້າງຂວາງ ແລະ ນັບມື້ຫຼາຍຂຶ້ນ.

​                           # ຂ່າວ & ພາບ: ສະບາໄພ

error: Content is protected !!