ເປີດນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ເປັນທາງການ

       ພິທີເປີດນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ຂອງທາງດ່ວນນະຄອນຫຼວງວຽງຈັນ ຫາດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຈັດຂຶ້ນຢ່າງເປັນທາງການວັນທີ 20 ທັນວາ 2020 ຢູ່ສະຖານີເກັບເງິນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍບັນດາລັດຖະມົນຕີ ເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ນອກນີ້ ຍັງມີທ່ານ ຢວນ ເຊີງ ຝ່າ ເລຂາພັກແຂວງຢຸນນານ ສປ ຈີນພ້ອມຄະນະ ກໍໄດ້ເຂົ້າຮ່ວມໃນຮູບແບບທາງໄກ.

    ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃຫ້ຮູ້ວ່າ: ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2018 ເປັນຕົ້ນມາ ປັດຈຸບັນສໍາເລັດພ້ອມໃຫ້ເປີດນໍາໃຊ້ ເຊິ່ງເສັ້ນທາງດັ່ງກ່າວມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ມີຄວາມຍາວທັງໝົດ 109,11 ກິໂລແມັດ ກວ້າງ 23 ແມັດ 4 ຊ່ອງທາງລົດແລ່ນ 3,5 ແມັດ 2 ຊ່ອງທາງລົດແລ່ນສຸກເສີນ 3 ແມັດ ແລະ ດອນກາງກວ້າງ 3 ແມັດ ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ ໂພນໂຮງ ຫີນເຫີບ ແລະ ເມືອງວັງວຽງ ຄວາມໄວອອກແບບ 80 ຫາ 100 ກິໂລແມັດຕໍ່ຊົ່ວໂມງ ລາຄາປະກອບມີລົດປະເພດ 1 ໜ້ອຍກວ່າ ຫຼື ເທົ່າກັບ 7 ບ່ອນນັ່ງ ລາຄາ 600 ກີບຕໍ່ກິໂລແມັດ ປະເພດ 2 ຂະໜາດ 8 ຫາ 19 ບ່ອນນັ່ງ 1000 ກີບຕໍ່ກິໂລແມັດ ລົດປະເພດ 3 ຂະໜາດ 20 ຫາ 39 ບ່ອນນັ່ງ 1.400 ກີບຕໍ່ຊົ່ວໂມງ ແລະ ປະເພດ 4 ຫຼາຍກວ່າ ຫຼື ເທົ່າກັບ 40 ບ່ອນນັ່ງ 2.000 ກີບຕໍ່ກິໂລແມັດ.

      ພາຍຫຼັງທີ່ເປີດນໍາໃຊ້ຢ່າງເປັນທາງການແລ້ວ ກໍໄດ້ເປີດໃຫ້ປະຊາຊົນນໍາໃຊ້ທາງດ່ວນໂດຍບໍ່ເສຍຄ່າເປັນເວລາ 3 ວັນ ນັບແຕ່ວັນທີ 21-23 ທັນວານີ້.

error: Content is protected !!