ກະຊວງພາຍໃນ ເຊື່ອມຊຶມ 4 ເອກະສານສຳຄັນກ່ຽວກັບບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II

    ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມ ມະຕິ ຄຳແນະນຳ ແລະ ເອກະສານ ເພື່ອການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ພະນັກງານລັດຖະກອນ ກະຊວງພາຍໃນ ວັນທີ 18 ທັນວາ 2020 ທີ່ກະຊວງດັ່ງກ່າວ ເຜີຍແຜ່ເອກະສານໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີທ່ານຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ພະແນກການ ແລະ ພະນັກງານລັດ ຖະກອນອ້ອມຂ້າງກະຊວງເຂົ້າຮ່ວມ.

    ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ ນຳ-ນຳພາ ຂອງພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເອກະສານ ວ່າດ້ວຍການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເອກະສານວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ຄຳແນະນຳວ່າດ້ວຍການໂຄສະນາ ແລະ ປຸກລະດົມຂະບວນການໃນບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II

    ທັງນີ້ກໍເພື່ອສຶກສາອົບຮົມໃຫ້ສະມາຊິກພັກ ພະນັກງານ ລັດຖະກອນ ກໍຄືປະຊາຊົນລາວທຸກທົ່ວໜ້າ ໃຫ້ ຮັບຮູ້ ເຂົ້າໃຈກ່ຽວກັບສິດເປັນເຈົ້າຂອງຕົນໃຫ້ດີຂຶ້ນກວ່າເກົ່າ ບົນພື້ນຖານຄວາມຮັບຮູ້ເຂົ້າໃຈດັ່ງກ່າວ ເພື່ອປຸກ ລະດົມສະມາຊິກພັກ ພະນັກງານ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດເປັນເຈົ້າຂອງຕົນ ເຂົ້າໃນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ໄດ້ຮັບຜົນ ດີ.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!