ພະນັກງານຂົງເຂກ ຖວທ ທັດ​ສະ​ນະ​ສຶກ​ສາ ແລະ ທ່ອງທ່ຽວຢູ່ 2 ແຂວງ​ພາກກາງ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມ​ກັບ​ສະ​ມາ​ຄົມ​ທຸ​ລະ​ກິດ​ທ່ອງ​ທ່ຽວ ນວ ນຳ​ພາ​ພະ​ນັກ​ງານ​-ລັດ​ຖະ​ກອນພາຍ​ໃນ​ຂົງ​ເຂດ ຖວ​ທ ​ໄປ​ທັດ​ສະ​ນະ​ສຶກ​ສາ-ທ່ອງ​ທ່ຽວ ຢູ່ແຂວງ​ຄຳ​ມ່ວນ ແລະ ແຂວງສະ​ຫວັນ​ນະ​ເຂດ ​ວັນ​ທີ 18-20 ທັນ​ວາ 2020 ເພື່ອຊຸກຍູ້ວຽກງານທ່ອງທ່ຽວ ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ທັງເປັນ​ການແລກປ່ຽນບົດຮຽນກ່ຽວກັບວຽກງານການທ່ອງທ່ຽວ ແລະ ​ສ້າງ​ກິດ​ຈະ​ກຳ​ສົ່ງ​ທ້າຍ​ປີ​ເກົ່າ​ ແລະ ຕ້ອນ​ຮັບ​ປີ​ໃໝ່ສາກົນ 2021 ໃຫ້ມີບັນຍາກາດຄຶກຄຶ້ນ ແລະ ມີເນື້ອໃນເລິກເຊິ່ງ. 

    ການໄປທັດສະນະຄັ້ງນີ້ ໄດ້ເຂົ້າກາບໄຫວ້ວັດພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຈາກນັ້ນກໍໄດ້ເດີນທາງໄປແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍໄດ້ເຂົ້າກາບໄຫວ້ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆຂອງສອງແຂວງດັ່ງກ່າວ ເປັນຕົ້ນ ພະທາດສີໂຄດຕະບອງ ສະຖານທີ່ທ່ອງທ່ຽວຖໍ້າຊ້າງ ຖໍ້າປາຝາ ຖໍ້ານາງແອ່ນ ສະຖານທີ່ທ່ອງທ່ຽວທ່າຝຣັ່ງ ວັງສີຄາມ ຕະຫຼາດເມືອງເກົ່າ ພະທາດອິງຮັງ ແລະ ສະຖານທ່ອງທ່ຽວສໍາຄັນອື່ນໆອີກ.

                # ຂ່າວ & ພາບ: ສະບາໄພ

error: Content is protected !!