ມາເຖິງປັດຈຸບັນຍັງບໍ່ສາມາດຄາດຄະເນໄດ້ວ່າການລະບາດຂອງພະຍາດ ໂຄວິດ-19 ຈະຢຸດຕິລົງຍາມໃດ? ເຖິງແມ່ນວ່າໄດ້ມີການພັດທະນາວັກຊີນສູ້ກັບມັນກໍຕາມ.
ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ໃນວັນທີ 3-4 ທັນວາ 2020 ຜ່ານມາສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດແບບທາງໄກຂຶ້ນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ພະຍາດ ໂຄວິດ-19 ຍ້ອນວ່າປັດຈຸບັນ ເຊື້ອພະຍາດນີ້ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ ຈຳນວນຜູ້ຕິດເຊື້ອແມ່ນນັບມື້ເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ.
ກອງປະຊຸມຕາມຮູບແບບອອນລາຍນີ້ມີການເຂົ້າຮ່ວມຂອງການນຳ ແລະ ນັກວິທະຍາສາດທີ່ມາຈາກ 100 ກວ່າປະເທດ.
ວິທະຍຸກະຈາຍສຽງຫວຽດນາມ (VOVWORLD) ສະບັບອອນລາຍລົງວັນທີ 4 ທັນວາ 2020 ມີບົດຄວາມພາຍໃຕ້ຫົວຂໍ້ : “… ໂລກເພີ່ມທະວີຄວາມພະຍາຍາມຮັບມືກັບໂລກລະບາດ ໂຄວິດ-19 …” ມີບາງຈຸດຂຽນວ່າ: “…ກ່າວຄຳເຫັນໄຂກອງປະຊຸມ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ໂລກລະບາດໄດ້ເຮັດໃຫ້ກວ່າ 1,5 ລ້ານຄົນໃນໂລກເສຍຊີວິດ ແລະ ເຮັດໃຫ້ສິ່ງທ້າທາຍໄລຍະຍາວອື່ນເພີ່ມຂຶ້ນຢ່າງຮ້າຍແຮງ ໃນນັ້ນ ມີການຂາດຄວາມສະເໝີພາບ ແລະ ການປ່ຽນແປງຂອງດິນຟ້າອາກາດ ຕາມຄຳເຕືອນຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດແລ້ວ ໂລກອາດຈະປະເຊີນໜ້າກັບບັນດາຜົນກະທົບຈາກໂລກລະບາດ ໂຄວິດ-19 ໃນຫຼາຍທົດສະວັດຈະມາເຖິງ ນັບທັງເມື່ອມີວັກຊີນປ້ອງກັນ ທີ່ໄດ້ຮັບຮອງເອົາຢ່າງໄວວາ ເພື່ອນຳໃຊ້ ທ່ານເລຂາທິການໃຫຍ່ສະຫະປະຊາຊາດຊີ້ແຈງວ່າ ບັນດາຄວາມກ້າວໜ້າຢ່າງວ່ອງໄວທາງດ້ານວິທະຍາສາດ ທີ່ບັນລຸໃນໄລຍະຜ່ານມາ ແມ່ນສິ່ງທີ່ເປັນໜ້າຊົມເຊີຍ ແຕ່ການສັກຢານັ້ນບໍ່ແມ່ນເພື່ອຮັບມືກັບໂລກລະບາດ ໂຄວິດ-19 ທີ່ພວມຄຸກຄາມໄປທົ່ວໂລກ ນະທີ່ນີ້ ທ່ານ Guterres ໄດ້ຢ້ຳຄືນຄຳຮຽກຮ້ອງທີ່ວ່າ ວັກຊີນກັນໂຄວິດ-19 ຄວນໄດ້ຮັບຖືວ່າ “ແມ່ນປະເພດສິນຄ້າລວມທົ່ວໂລກ” ເພື່ອແບ່ງປັນໃຫ້ແກ່ປະຊາຊົນໃນທົ່ວໂລກ ພ້ອມທັງຮຽກຮ້ອງໃຫ້ມີການປະກອບສ່ວນຂອງບັນດາປະເທດ ເພື່ອທົດແທນບ້ວງເງິນອຸປະຖຳ 4,3 ຕື້ USD ເພື່ອຮັບມືກັບໂລກລະບາດ ໂຄວິດ-19 ໃນ 2 ເດືອນຈະມາເຖິງ…”.
ໃນກອງປະຊຸມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄຳປາໄສ ຜ່ານທາງວີດີໂອ ໃນວັນທີ 03 ທັນວາ 2020 ໂດຍມີເນື້ອໃນສຳຄັນ ໃນການຢ້ຳຄືນເຖິງຜົນກະທົບອັນໃຫຍ່ຫຼວງ ຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວ ຕໍ່ຊີວິດການເປັນຢູ່ ກໍຄື ການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະເທດຕ່າງໆໃນໂລກ ສຳລັບ ສປປ ລາວ ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງທີ່ມີຜູ້ຕິດເຊື້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ ນອກຈາກນັ້ນ ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບດັ່ງກ່າວ ພ້ອມດຽວກັນນັ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ ໃນການພັດທະນາ ແລະ ແຈກຢາຍວັກຊີນໃຫ້ທົ່ວເຖິງ ແລະ ໃນລາຄາທີ່ສາມາດຊື້ໄດ້ ເພື່ອຕ້ານພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຊ່ວຍສົ່ງເສີມໂຄງການ “ວັກຊີນຫຼາຍຝ່າຍ” ຫຼື COVAX ເພື່ອຮັບປະກັນໃຫ້ວັກຊີນ ໂຄວິດ-19 ກາຍເປັນສິນຄ້າສາທາລະນະຂອງທຸກປະເທດໃນໂລກ.
ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຜ່າອຸປະສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດຖະກິດ-ສັງຄົມໃຫ້ກັບຄືນມາດີກວ່າເກົ່າ.
ສຳລັບອາຊຽນພວກເຮົາ ກ່ອນກອງປະຊຸມພິເສດຂອງ ສປຊ ນັ້ນ ໃນວັນທີ 30 ພະຈິກ 2020 ກໍມີກອງປະຊຸມອາຊຽນ ແລະ ສະຫະພາບເອີຣົບ (EU) ທາງອອນລາຍຄັ້ງທີ 23 (AEMM) ເພື່ອປຶກສາຫາລືກ່ຽວກັບບັນຫານີ້ ແລະ ໄດ້ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງການຮ່ວມມືກັບອົງການອະນາໄມໂລກ (WHO) ກ່ຽວກັບການຮັບມືກັບ ໂຄວິດ-19.
ຕໍ່ໜ້າຜົນກະທົບທີ່ຮ້າຍແຮງຂອງ ໂຄວິດ-19 ມັນຮຽກຮ້ອງໃຫ້ບັນດາປະເທດທົ່ວໂລກຕ້ອງຮ່ວມມືກັນຢ່າງແຂງແຮງ ພ້ອມກັນຜ່ານຜ່າ ເພື່ອອະນາຄົດທີ່ດີງາມໃຫ້ແຕ່ລະປະເທດ ກໍຄື ຊີວິດຂອງມວນມະນຸດທຸກຄົນ.
ໂດຍ: ແນວລາວ