1. ເຮັດອາຫານກິນເອງໃຫ້ຫຼາຍຂຶ້ນ: ການທີ່ເຮົາເຮັດກິນເອງ ຫາກເຫຼືອກໍຍັງເກັບໄວ້ໃນຕູ້ເຢັນໄວ້ກິນອີກໄດ້.
2. ຊື້ຜັກໝາກໄມ້ຕາມລະດູການ: ນອກຈາກປະຢັດແລ້ວ ຍັງເປັນໄລຍະທີ່ຜັກ ໝາກໄມ້ມີຄຸນນະພາບສູງ ແລະ ອີກຢ່າງກໍລາຄາຖືກອີກດ້ວຍ.
3. ຊື້ອາຫານສົດໃນຕະຫຼາດ: ເພາະຈະຖືກກວ່າໃນຮ້ານສັບພະສິນຄ້າ ຄວນເລືອກເບິ່ງຮ້ານທີ່ອາຫານນັ້ນສົດ ແລະ ລາຄາກໍເໝາະສົມ.
4. ປູກຜັກກິນເອງ: ເປັນຕົ້ນແມ່ນຫົວສີໃຄ ໝາກເຜັດ ຜັກຊີ ຜັກບົ້ງ ຜັກຫອມບົ່ວ ຫອມປ້ອມ ຈະເຮັດໃຫ້ເຮົາຫຼຸດຄ່າໃຊ້ຈ່າຍຫຼາຍຂຶ້ນ.
5. ອາຫານທີ່ບໍ່ຈຳເປັນຫຼາຍກໍບໍ່ຄວນຊື້: ອາຫານປະເພດໃດທີ່ເຫັນວ່າບໍ່ມີຄວາມຈຳເປັນປານໃດ ກໍບໍ່ຄວນຊື້ ສິ່ງໃດປະຢັດໄດ້ກໍຄວນປະຢັດ.
6. ຈົດອາຫານທີ່ຕ້ອງການຊື້: ຕ້ອງຊື້ຕາມທີ່ເຮົາຈົດລາຍການໄປນັ້ນກໍພໍ ຢ່າຊື້ພຽງເພາະຄຳໂຄສະນາ.
7. ປິດໄຟ ປິດເຄື່ອງໃຊ້ໄຟຟ້າ: ເມື່ອໃດທີ່ເຮົາໃຊ້ ແລ້ວກໍຄວນປິດ ຖອດປັກສຽບ ແລະ ປິດນ້ຳທຸກຄັ້ງທີ່ບໍ່ໄດ້ໃຊ້ງານແລ້ວ.
8. ເລືອກໃຊ້ເຄື່ອງໃຊ້ໄຟຟ້າທີ່ປະຢັດພະລັງງານ: ແອ ໝໍ້ຫຸງເຂົ້າ ຕູ້ເຢັນ ໄມໂຄຣເວັບ ຖ້າຫາກເປັນລຸ້ນທີ່ເກົ່າຫຼາຍກໍຈະກິນໄຟຫຼາຍ ຖ້າຢາກປະຢັດໄຟໄລຍະຍາວ ຄວນຊື້ລຸ້ນໃໝ່ມາປ່ຽນຈະດີກວ່າ.
9. ຫາກຕ້ອງການອົບອາຫານ: ໃຫ້ອົບຫຼາຍຢ່າງ ພ້ອມກັນຈະດີກວ່າ ແຕ່ຖ້າຫາກມີໜ້ອຍ ຄວນໃຊ້ໄມໂຄຣເວັບ ແທນເຕົາອົບຂະໜາດໃຫຍ່.
10. ຮັກສາສະພາບການໃຊ້ງານຂອງເຄື່ອງໃຊ້ໄຟຟ້າທຸກຢ່າງ: ໃຫ້ຢູ່ໃນສະພາບທີ່ເຮັດວຽກໄດ້ດີສະເໝີ ລວມຮອດການທຳຄວາມສະອາດເຄື່ອງໃຊ້ໄຟຟ້າ ໂດຍສະເພາະ ແອ ຈະຊ່ວຍຫຼຸດຄ່າໄຟຟ້າໄດ້.
11. ບໍ່ຄວນຊື້ເຄື່ອງຕະຫຼອດ: ບໍ່ວ່າຈະຊື້ຢູ່ໄສກໍຕາມ ເພາະຈະເປັນການເພີ່ມໂອກາດໃນການໃຊ້ຈ່າຍແບບບໍ່ໄດ້ວາງແຜນມາກ່ອນ ແລະ ເຮັດໃຫ້ເກີດຄວາມຢາກໄດ້.
12. ສິ່ງທີ່ແພງບໍ່່ແມ່ນສິ່ງທີ່ດີສະເໝີ: ບາງຢ່າງທີ່ສາມາດໃຊ້ແທນກັນໄດ້ ລະຫວ່າງເຄື່ອງທີ່ແພງກັບເຄື່ອງທີ່ຖືກກວ່າ ແຕ່ຄຸນນະພາບເທົ່າກັນ.
13. ເຊົາຊື້ເຄື່ອງນຸ່ງຕາມແຟຊັ່ນ: ເພາະຈະນິຍົມໃນເວລາບໍ່ດົນປານໃດ ເມື່ອລຸ້ນໃໝ່ອອກມາກໍຕ້ອງໄດ້ຊື້ໃໝ່ ທັງທີ່ອັນເກົ່າຍັງດີຢູ່ແຕ່ເຫັນໄດ້ວ່າບໍ່ທັນສະໄໝ ຄວນເລືອກຊື້ເຄື່ອງນຸ່ງທີ່ລຽບ ທີ່ສາມາດໃຊ້ໄດ້ທຸກໂອກາດດີກວ່າ.
ວ. ດາລາວົງ – ນຳສະເໜີ