ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຄູ-ອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ) ວັນທີ 17 ທັນວາ 2020 ຖືກຕ້ອນຮັບຈາກທ່ານ ທອງພັນ ອຸໄລທອນ ຮັກສາການຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນວຽງຈັນ ພ້ອມຄະນະ ມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກສາ ປະທານສະມາຄົມພໍ່ແມ່ນັກຮຽນໂຮງຮຽນມັດທະຍົມສົມບູນວຽງຈັນ.
ການລົງຢ້ຽມຢາມຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະ ໄດ້ຢ້ຽມຊົມສະພາບຕົວຈິງຂອງໂຮງຮຽນ ເປັນຕົ້ນແມ່ນອາຄານການຮຽນ-ການສອນ ຫ້ອງສະໝຸດ ແລະ ຫ້ອງຮຽນຕ່າງໆ ນອກນັ້ນ ຍັງໄດ້ໄປຢ້ຽມຊົມຫ້ອງສະໜຸດນະຄອນຫຼວງວຽງຈັນ ຈາກນັ້ນ ກໍໄດ້ຮັບຟັງການລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດການຮຽນ-ການສອນ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ ຈາກທ່ານ ທອງພັນ ອຸໄລທອນ ຈາກນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອໂຮງຮຽນ ມສ ວຽງຈັນ ປະກອບມີ ເຄື່ອງກອງປະຊຸມທາງໄກ 1 ຊຸດ ປຶ້ມທາດຫຼວງມິ່ງຂັວນຂອງຄົນລາວ 10 ຫົວ ປຶ້ມວິລະຊົນສີທອງ 10 ຫົວ ປຶ້ມກອງຮ້ອຍຫີນເພັດ 10 ຫົວ ປຶ້ມນະຄອນຫຼວງວຽງຈັນ 450 ປີ 1 ຫົວ ປຶ້ມຫຼຸດຜ່ອນຄວາມທຸກຍາກ 5 ຫົວ ປຶ້ມນິຕິກໍາຂອງອົງການປົກຄອງ ນວ 2016-2018 ຈໍານວນ 3 ຫົວ ປຶ້ມນິຕິກໍາຂອງອົງການຄຸ້ມຄອງ ນວ 2020 ຈໍານວນ 3 ຫົວ ວາລະສານ ນວ 20 ຫົວ ປຶ້ມແບບຮຽນ ມ 2 ຫາ ມ 6 ຈໍານວນ 101 ຫົວ ປຶ້ມມະຕິກອງປະຊຸມອົງຄະນະພັກ ນວ ຄັ້ງທີ VII ຈໍານວນ 5 ຫົວ ແລະ ຮູບຄະນະບໍລິຫານງານພັກ ນວ ຄັ້ງທີ VII ຈໍານວນ 90 ແຜ່ນ ຕາງໜ້າຮັບຂອງທ່ານ ທອງພັນ ອຸໄລທອນ ນອກນີ້ຍັງໄດ້ມອບປຶ້ມໃຫ້ກັບຫໍສະໜຸດ ນວ ປະກອບມີ ປຶ້ມທາດຫຼວງມິ່ງຂັວນຂອງຄົນລາວ 10 ຫົວ ປຶ້ມວິລະຊົນສີທອງ 10 ຫົວ ປຶ້ມກອງຮ້ອຍຫີນເພັດ 10 ຫົວ ປຶ້ມນະຄອນຫຼວງວຽງຈັນ 450 ປີ 1 ຫົວ ປຶ້ມຫຼຸດຜ່ອນຄວາມທຸກຍາກ 5 ຫົວ ປຶ້ມນິຕິກໍາຂອງອົງການປົກຄອງ ນວ 2016-2018 ຈໍານວນ 2 ຫົວ ປຶ້ມນິຕິກໍາຂອງອົງການຄຸ້ມຄອງ ນວ 2020 ຈໍານວນ 2 ຫົວ ປຶ້ມມະຕິກອງປະຊຸມອົງຄະນະພັກ ນວ ຄັ້ງທີ VII ຈໍານວນ 5 ຫົວ ແລະ ຮູບຄະນະບໍລິຫານງານພັກ ນວ ຄັ້ງທີ VII ຈໍານວນ 5 ແຜ່ນ ຕາງໜ້າຮັບຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ.
ນອກຈາກນີ້ ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະ ຍັງໄດ້ຮ່ວມປູກຕົ້ນໄມ້ກັບພະນັກງານ-ຄູອາຈານ ແລະ ນ້ອງນັກຮຽນຢູ່ດ້ານໜ້າໂຮງຮຽນ ມສ ວຽງຈັນ ເພື່ອເພີ່ມປ່າປົກຫຸ້ມສີຂຽວ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ໂຮງຮຽນຕື່ມອີກ.
# ຂ່າວ & ພາບ : ຂັນທະວີ