ມອບປື້ມໄຟປະຕິວັດລຸກເປັນແປວໃຫ້ຫໍສະໝຸດ

    ວັນທີ 17 ທັນວາ 202 ທ່ານ ຄຳສີ ຈັນທະວີທອງ ຜູ້ອຳນວຍການລັດວິສາຫະກິດໂຮງພິມນະຄອນຫຼວງວຽງຈັນ ເຈົ້າຂອງນາມປາກກາ ຈຳປາແດງ ພ້ອມດ້ວຍຄອບຄົວ ໄດ້ມອບປຶ້ມໄຟປະຕິວັດລຸກເປັນແປວ ຂຽນໂດຍນາມປາກກາຈຳປາແດງ ພິມຄັ້ງທີ 2 ໃຫ້ຫໍສະໝຸດແຫ່ງຊາດ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວຮັບໂດຍທ່ານນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະອຳນວຍການ.

    ການມອບປຶ້ມຄັ້ງນີ້ ເພື່ອເກັບໄວ້ທີ່ຢູ່ຫ້ອງອ່ານຫໍສະໝຸດແຫ່ງຊາດ ສະຖານທີ່ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີນະຄອນຫຼວງວຽງຈັນ ໃກ້ກັບພິພິທະພັນໄກສອນ ພົມວິຫານ ເພື່ອໃຫ້ຄົນຮຸ່ນໜຸ່ມ ກໍຄືນັກຮຽນນັກສຶກສາ ແລະ ຜູ້ທີ່ມັກອ່ານ ໄດ້ອ່ານເລື່ອງລາວຕ່າງໆທີ່ບັນທຶກຢູ່ປຶ້ມຫົວນີ້ ທີ່ຜູ້ຂຽນໄດ້ຮິບໂຮມເອົາເລື່ອງຈິງໃນສະໄໝສົງຄາມຢູ່ລາວມາຂຽນເປັນປຶ້ມໄວ້ໃຫ້ຄົນຮຸ່ນຫຼັງໄດ້ອ່ານ ໄດ້ສຶກສາຄົ້ນຄວ້າ ແລະ ອື່ນໆ ນອກນີ້ ຜູ້ຂຽນຍັງຈະສືບຕໍ່ມອບໃຫ້ບັນດາຫໍສະໝຸດຕ່າງໆຢູ່ແຕ່ລະແຂວງຕື່ມອີກ.

                            # ຂ່າວ & ພາບ : ສົມສະຫວັນ

error: Content is protected !!