ເຊີນທ່ຽວງານວາງສະແດງຮູບພາບຮ່ວມສະໄໝຂອງລາວ

    ງານວາງສະແດງຮູບພາບຮ່ວມສະໄໝຂອງລາວ ໃນຫົວຂໍ້ “ສິລະປະແຫ່ງແສງ” ຈັດຂຶ້ນລະຫວ່າງວັນທີ 16-22 ທັນວາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ເຂົ້າຊົມໂດຍບໍ່ໄດ້ເສຍຄ່າ ພາຍໃນງານມີຫຼາຍກວ່າ 200 ຮູບພາບທີ່ຈາກຜົນງານຂອງນັກສິລະປະຖ່າຍຮູບ 47 ຄົນ ມີທັງຮູບຖ່າຍ ແລະ ຮູບແຕ້ມ.

    ທ່ານ Alan Liu ຜູ້ສ້າງຕັ້ງໂຄງການ LCPE ກ່າວວ່າ ເພື່ອສ້າງແຮງບັນດານໃຈໃຫ້ກັບບັນດາຊາວໜຸ່ມ ໄວໜຸ່ມທີ່ມີຄວາມຄິດສ້າງສັນ ແລະ ມີສິລະປະໃນການຖ່າຍຮູບ ສະນັ້ນ ຈຶ່ງໄດ້ມີການແຂ່ງຂັນຜົນງານການຖ່າຍຮູບພາຍໃຕ້ຫົວຂໍ້ “ສິນລະປະແຫ່ງແສງ” ເຊິ່ງໄດ້ເລີ່ມມາເດືອນສິງຫາ 2020 ໂດຍມີຜູ້ເຂົ້າຮ່ວມແຂ່ງຂັນຈຳນວນຫຼວງຫຼາຍ ຫຼັງຈາກນັ້ນ ກໍມີການຄັດເລືອກເອົາຜົນງານດີເດັ່ນຈຳນວນ 200 ກວ່າຮູບພາບ ເຊິ່ງຮູບພາບທີ່ດີ ປຽບເໝືອນແວ່ນແຍງໂດຍຜ່ານການສະທ້ອນຄືນໃຫ້ຜູ້ຊົມສາມາດເຫັນນັກຖ່າຍຮູບ ແລະ ໂລກທີ່ຢູ່ໃນມູມມອງຂອງສາຍຕານັກຖ່າຍຮູບ ນອກຈາກນີ້ ພາຍໃນງານໄດ້ມອບລາງວັນໃຫ້ຜູ້ທີ່ໄດ້ຮັບລາງວັນດີເດັ່ນອີກດ້ວຍ.

                            # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!