ກຽມຄວາມພ້ອມເຂົ້າສູ່ ເສດຖະກິດິຕອນ-ອຸດສາຫະກໍາ 4.0

    ວັນທີ 17 ທັນວາ 2020 ທີ່ ສູນອິນເຕີເນັດແຫ່ງຊາດ (ສອຊ) ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາກະກຽມຄວາມພ້ອມເຂົ້າສູ່ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0 ໂດຍການເປັນປະທານຂອງທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ ມີຕາງໜ້າຈາກບັນດາກະຊວງ ອົງການ ຫ້ອງການ ສະຖາບັນການສຶກສາ ລັດວິສາຫະກິດ ທະນາຄານ ບໍລິສັດເຂົ້າຮ່ວມ ຈຳນວນ 100 ກວ່າຄົນ ພ້ອມດ້ວຍບັນດາກົມ/ສູນ ອ້ອມຂ້າງກະຊວງ ປທສ.

   ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບການພັດທະນາເສດຖະກິດດິຈິຕອນ ໃນສປປ ລາວ ໂດຍແມ່ນທ່ານແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ ເປັນຜູ້ນຳສະເໜີ ເຊິ່ງລັດຖະບານໄດ້ຮັບຮອງໂດຍຫຼັການກ່ຽວກັບວິໄສທັດ 20ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5ປີ ຄັ້ງທີ I (2021-2025) ເຊິ່ງແຜນດັ່ງກ່າວແມ່ນອີງໃສ່ແນວທາງຂອງພັກ ແລະ ແຜນນະໂຍບາຍຂອງລັດຖະບານ ບົດຮຽນຈາກສະ ພາບການພັດທະນາເສດຖະກິດຕົວຈິງຢູ່ປະເທດເຮົາໃນໄລຍະຜ່ານມາ ສົມທົບກັບການພັດທະນາເສດຖະ ກິດດິຈິຕອນຂອງພາກພື້ນ ແລະ ສາກົນ ໂດຍສະເພາະ ຈາກປະເທດເພື່ອນມິດຍຸດທະສາດ ແຜນດັ່ງກ່າວ ຈະປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ເພື່ອໃຫ້ເສດຖະກິດດິຈິຕອນກາຍເປັນສ່ວນໜຶ່ງທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດໃນຊຸມປີຕໍ່ໜ້າ.

    ໃນໂອກາດດຽວກັນນີ້ ກອງປະຊຸມສຳມະນາກໍໄດ້ຍົກໃຫ້ເຫັນຜົນງານການພັດທະນາຂອງຂະແໜງ ການໃນດ້ານຕ່າງໆ ບໍ່ວ່າຈະເປັນດ້ານນິຕິກຳ ດ້ານພື້ນຖານໂຄງລ່າງ ດ້ານຄວາມປອດໄພ ແລະ ອື່ນໆ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອກຽມຄວາມພ້ອມຂອງຂະແໜງການຕົນເອງ ຮອງຮັບໃຫ້ແກ່ການປ່ຽນແປງໃນອະນາຄົດ ໝາກຜົນຂອງການຄຸ້ມຄອງ ພັດທະນາ ແລະ ນຳໃຊ້ໄອຊີທີ ກໍຄືເຕັກໂນໂລຊີດິຈິຕອນທີ່ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝ ທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫຼາຍກວ່າ 90% ຂອງປະເທດ ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ ລະຫັດຊື່ອິນເຕີເນັດ .LA ແລະ .ລາວ ລາຍເຊັນເອເລັກໂຕຣນິກ ການຂຶ້ນທະບຽນເລກໝາຍໂທລະສັບ ລະບົບກອງປະຊຸມທາງໄກ ລະບົບຫ້ອງການທັນສະໄໝ (e-Office) ລະບົບສື່ສານພາກລັດ (G-Chat) ລະບົບພລັດຟອມ ເວັບໄຊພາກລັດ (G-Web Platform) ການຈ່າຍເງິນຜ່ານທາງມືຖື (Mobile Money) ແລະ ຄວາມປອດໄພທາງໄຊເບີ ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນໃຫ້ແກ່ການສ້າງເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0. ຜົນສຳເລັດທັງໝົດນີ້ ກໍເໝືອນກັບຫຼາຍໆພາກສ່ວນໃນທົ່ວປະເທດທີ່ຍາດມາໄດ້ ແມ່ນເປັນການປະກອບ ສ່ວນເຂົ້າໃນການສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເປັນສ່ວນໜຶ່ງໃນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ວັນສຳຄັນອື່ນໆຂອງຊາດ ທີ່ຈະມີຂຶ້ນໃນມໍ່ໆນີ້.

   ກອງປະຊຸມສໍາມະນາຄັ້ງນີ້ ຖືເປັນວາລະສໍາຄັນໃນການເປີດນໍາໃຊ້ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂັ້ນສູງສຸດ ແຫ່ງຊາດ ດ໋ອດລາວ (.ລາວ) ເຊິ່ງໃນໄລຍະຜ່ານມາ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ http://xn--19-t1i2dwepdte.xn--q7ce6a/ ແມ່ນໄດ້ຖືກເປີດນຳໃຊ້ໃນ ສປປ ລາວ ຄຽງຄູ່ກັບhttps:// www.covid19.gov.la ເພື່ອເຜີຍແຜ່ຂໍ້ມູນທາງການ ກ່ຽວກັບການລະບາດຂອງພະຍາດໂຄວິດ-19.

                            # ຂ່າວ & ພາບ : ໄຊບັນດິດ

error: Content is protected !!