ປກສ ເມືອງສີສັດຕະນາກ ແຈ້ງການຫາເຈົ້າຂອງລົດຈັກ 3 ຄັນ

    ກອງບັນຊາການ ປກສ ເມືອງສີສັດຕະນາກ ແຈ້ງການຫາເຈົ້າຂອງລົດຈັກຈຳນວນ 3 ຄັນ ໃຫ້ນຳເອົາເອກະສານລົດເຂົ້າມາພົວພັນເອົາລົດຂອງທ່ານທີ່ຫ້ອງການພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ຢູ່ຄ້າຍຄຸມຂັງບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

    ລົດຈັກທັງ 3 ຄັນ ມີດັ່ງນີ້  

    1. ລົດຈັກ HONDA WAVE 100 ສີແດງ-ດຳ ເລກຈັກ NF100 E8122068 ເລກຖັງ NF100 8122068 ໝາຍເລກທະບຽນ ຈຫ 1853 ກຳແພງນະຄອນ ອອກຊື່ທ້າວ ຈໍຢ່າງ ຢົງປາວຢ່າງ ຢູ່ບ້ານໜອງວຽງຄຳ ໜ່ວຍ 13 ເມືອງໄຊທານີ ນວ.

    2.ລົກຈັກ HONDA WAVE100 ສີແດງ-ດຳ ເລກຈັກ NF100 E8205846 ເລກຖັງ NF100 8205846 ໝາຍເລກທະບຽນ ຍພ 8339 ກຳແພງນະຄອນ ອອກຊື່ທ້າວ ຕິ່ງຄຳ ບ້ານໜອງບຶກເໜືອ ໜ່ວຍ 23 ເມືອງສີໂຄດຕະບອງ ນວ.

    3. ລົດຈັກ KOLAO RIO100 ສີແດງ-ດຳ ເລກຈັກ KL100 A10394896 ເລກຖັງKLWA A10394896 ໝາຍເລກທະບຽນ ຈຂ 0415 ກຳແພງນະຄອນ (ທຸລະກິດ100%) ອອກຊື່ບໍລິສັດ ໂຄລາວ ບ້ານອຸບມຸງ ເມືງສີໂຄດຕະບອງ ນວ.

    ພົວພັນໃນໂມງລັດຖະການ ແຕ່ມື້ນີ້ຈົນເຖີງວັນທີ 10 ມັງກອນ 2021 ຖ້າກາຍກຳນົດແມ່ນສະຫຼະສິດ ໂທສອບຖາມເບີ 020 55219595 02055515584.

                            # ຂ່າວ & ພາບ : ຊິລິການດາ

error: Content is protected !!