ທົບທວນຄືນໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດ

     ກອງປະຊຸມຄະນະຊີ້ນໍາ ຄັ້ງທີ V ຂອງໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (Lao PDR Southeast Asia Disaster Risk Management Project: SEADRM) ໄດ້ຈັດຂື້ນໃນວັນທີ 17 ທັນວາ 2020 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະຊີ້ນໍາໂຄງການ ມີທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮອງປະທານຄະນະຊີ້ນໍາໂຄງການ ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ ທ່ານຫົວໜ້າພະແນກ-ຮອງຫົວຫນ້າພະແນກ ແລະ ຫົວໜ້າຂະແໜງທີ່ມາຈາກແຂວງອຸດົມໄຊ ຫຼວງພະບາງ ແລະ ຜົ້ງສາລີ ເຂົ້າຮ່ວມຈໍານວນ 50 ທ່ານ.

    ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫຼືອທາງດ້ານການພັດທະນາຈາກທະນາຄານໂລກ ມູນຄ່າທັງໝົດຈໍານວນ 31 ລ້ານໂດລາສະຫະລັດ (ປະມານ 287,55 ຕື້ກີບ) ໃນນັ້ນ ເປັນເງິນກູ້ຢືມຈໍານວນ 30 ລ້ານໂດລາ (ປະມານ 278,27 ຕື້ກີບ) ແລະ ເປັນທຶນຊ່ວຍເຫຼືອລ້າຈໍານວນ 1 ລ້ານໂດ (ປະມານ 9,28 ຕື້ກີບ) ແລະ ມີໄລຍະຈັດຕັ້ງປະຕິບັດ 5 ປີ (2017-2022) ປະກອບດ້ວຍ 5 ໜ້າວຽກຫຼັກຄື: ການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມຢູ່ເທສະບານເມືອງໄຊ ແຂວງອຸດົມໄຊ ຈັດຕັ້ງປະຕິບັດໂດຍກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ປັບປຸງລະບົບເຕືອນໄພລ່ວງໜ້າ-ລະບົບອຸຕຸນິຍົມ ແລະ ກຽມພ້ອມຕໍ່ໄພພິບັດຢູ່ແຂວງອຸດົມໄຊ ຫຼວງພະບາງ ແລະ ຜົ້ງສາລີ ຈັດຕັ້ງປະຕິບັດໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ການສະໜອງທຶນໃຫ້ແກ່ວຽກງານຕອບໂຕ້ສຸກເສີນ ແລະ ຟື້ນຟູຫຼັງເຫດການໄພພິບັດ (ການປະກັນໄພ) ຈັດຕັ້ງປະຕິບັດໂດຍກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ການເຊື່ອມສານການຫຼຸດຜ່ອນຄວາມສ່ຽງໄພພິບັດທໍາມະຊາດ ເຂົ້າໃນຂະບວນການລົງທຶນຂອງລັດ ແລະ ວຽກບໍລິຫານໂຄງການ ຈັດຕັ້ງປະຕິບັດໂດຍກົມແຜນການ ກະຊວງແຜນການ ແລະ ການລົງທຶນ ແລະ ກົນໄກການຕອບໂຕ້ສຸກເສີນຕໍ່ເຫດການໄພພິບັດ.

     ໃນກອງປະຊຸມຄະນະຊີ້ນໍາ ຄັ້ງທີ V ໄດ້ພ້ອມກັນປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ ໂດຍສະເພາະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດໂຄງການ ແລະ ຮ່ວມກັນວາງທິດທາງແຜນການສໍາລັບປີ 2021 ເຊິ່ງຜ່ານການຈັດຕັ້ງປະຕິບັດໃນປີ 2020 ເຫັນວ່າມີຄວາມຄືບໜ້າພໍສົມຄວນ ແຕ່ກໍຍັງມີຫຼາຍກິດຈະກໍາທີ່ຍັງບໍ່ສາມາດເຮັດສໍາເລັດໄດ້ຕາມແຜນທີ່ວາງໄວ້.

     ທ່ານ ກິແກ້ວ ຈັນທະບຸຣີ ໄດ້ກ່າວໃນບາງຕອນຂອງບົດກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດໂຄງການຂອງພວກເຮົາໃນປີນີ້ ໄດ້ຮັບຜົນກະທົບຫຼາຍ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພົບຄວາມຫຍຸ້ງຍາກນາໆປະການ ຫຼາຍກິດຈະກໍບໍ່ສາມາດຈັດຕັ້ງປະຕິບັດບັນລຸໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກການປິດປະເທດ ບໍລິສັດ ແລະ ຊ່ຽວຊານສ່ວນໃຫຍ່ແມ່ນຢູ່ຕ່າງປະເທດ ແຕ່ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ສະພາບການແຜ່ລະບາດໄດ້ຫຼຸດລົງ ທຸກອົງປະກອບກໍໄດ້ເອົາໃຈໃສ່ຂຸ້ນຂ້ຽວຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າພໍສົມຄວນ ເປັນຕົ້ນ ວຽກງານການກະກຽມກໍ່ສ້າງຕາຝັ່ງເຈື່ອນຕາມແລວແມ່ນໍ້າກໍ ແລະ ແມ່ນໍ້າມາວ ແຂວງອຸດົມໄຊ ເຊິ່ງໄດ້ສໍາເລັດການສໍາຫຼວດ-ອອກແບບ ແມ່ນຖືກຮັບຮອງ ການເຜີຍແຜ່ ແລະ ຊົດເຊີຍສິ່ງກີດຂວາງ ພວມຍົກຍ້າຍ ແລະ ຊົດເຊີຍ.

   ສໍາລັບວຽກງານກໍ່ສ້າງຫ້ອງການຂະແໜງອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອສ້າງຄວາມພ້ອມໃນການຕິດຕັ້ງອຸປະກອນເຕັກນິກພະຍາກອນ ແລະ ການເຕືອນໄພລ່ວງໜ້າ ແມ່ນມີຄວາມຄືບໜ້າຫຼາຍກວ່າ 50% ສໍາເລັດການກະກຽມຈັດຊື້ປະກັນໄພ SEADRIF ຢູ່ໃນຂັ້ນຕອນການຮ່າງສັນຍາປະກັນໄພຄຸ້ມຄອງຄວາມສ່ຽງໄພພິບັດທໍາມະຊາດ ນອກນີ້ ຍັງໄດ້ສໍາເລັດການເຊື່ອມສານວຽກງານການຄຸ້ມຄອງຄວາມສ່ຽງໄພພິບັດທໍາມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ອີກດ້ວຍ.

                            # ຂ່າວ & ພາບ : ສີພອນ

error: Content is protected !!