ຮັບຮອງເອົາສອງບ້ານກຸ່ມໂຄກສີວິໄລເປັນບ້ານວັດທະນະທໍາ

    ພິທີຮັບຮອງເອົາບ້ານດົງໝາກຄາຍ ແລະ ບ້ານນາລ້ອມ ກຸ່ມໂຄກສີວິໄລ ເປັນບ້ານວັດທະນະທໍາແຫ່ງທີ 97 ແລະ  98 ຂອງເມືອງໄຊທານີ ແລະ ແຫ່ງທີ 473 ແລະ 474 ຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 17 ທັນວາ 2020 ທີ່ຫ້ອງການປົກຄອງບ້ານນາລ້ອມ ໃຫ້ກຽດມອບໃບຢັ້ງຢືນຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາພັນ ສຸລະຍະນັນ ຮອງເຈົ້າເມືອງໄຊທານີ ພ້ອມດ້ວຍອໍານາດການປົກຄອງບ້ານ ພໍ່ແມ່ປະຊາຊົນສອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບັນພົດ ແກ້ວມະນີໂຄດ ນາຍບ້ານດົງໝາກຄາຍ ໄດ້ຕາງໜ້າຂຶ້ນຜ່ານບົດສະຫຼຸບປະເມີນຜົນໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢູ່ບ້ານນາລ້ອມ ແລະ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມນັ້ນ ທ່ານນາງ ພອນທິບ ພູມິນ ຫົວໜ້າພະແນກສົ່ງເສີມການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ກົມວັດທະນະທໍາມະຫາຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ມອບເງິນຊຸກຍູ້ບ້ານລະ 500.000 ກີບ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ກໍໄດ້ມອບແຄນເປັນຂອງຂັວນໃຫ້ບ້ານລະ 1 ອັນ ນອກນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ສີຫຸນ ສິດທິລືໄຊ ຕື່ມອີກ.

                            # ຂ່າວ & ພາບ : ຂັນທະວີ

error: Content is protected !!