ສະໜາມບິນໄຮ້ສຳຜັດ ຄວາມປົກກະຕິແບບໃໝ່ໃນຍຸກໂຄວິດ-19

ການ​ລະ­ບາດ​ຂອງ​ໂຄ​ວິດ-19 ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຕໍ່​ອຸດ­ສາ­ຫະ­ກຳ​ການ­ບິນ ເຮັດ​ໃຫ້​ສາຍ​ການ­ບິນ​ຕະ­ຫຼອດ​ຈົນ​ສະ­ໜາມ​ບິນ​ຕ່າງໆ​ທົ່ວ​ໂລກ ຕ້ອງ​ປັບ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ຕ່າງໆ​ລົງ ຍົກ­ເວັ້ນ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ການ​ປະ­ຊາ­ສຳ­ພັນ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຜູ້­ໂດຍ­ສານ​ທີ່​ຈະ​ເດີນ­ທາງ​ໃນ​ໄລ­ຍະ​ການ​ລະ­ບາດ​ໃຫຍ່​ນີ້.

ທ່ານ Sean Donohue ປະ­ທານ​ບໍ­ລິ­ຫານ​ຂອງ​ສະ­ໜາມ​ບິນ​ນາໆຊາດ Dallas-Forth Worth (DFW) ໃຫ້​ສຳ­ພາດ​ກັບ​ສື່​ມວນ​ຊົນ​ວ່າ ບໍ່​ວ່າ​ສິ່ງ​ທີ່​ເອີ້ນ​ກັນ​ວ່າ New Normal ຫຼື “ຄວາມ​ປົກ­ກະ­ຕິ​ໃນ​ຮູບ​ແບບ​ໃໝ່” ນັ້ນ ຈະ​ເປັນ​ໄປ​ໃນ​ທິດ​ທາງ​ໃດ ແຕ່​ສະ­ໜາມ​ບິນ DFW ກຳ­ລັງ​ປ່ຽນ​ຮູບ​ແບບ​ການ​ບໍ­ລິ­ການ ໂດຍ​ເນັ້ນ​ໃຫ້​ລູກ​ຄ້າ​ຊ່ວຍ­ເຫຼືອ​ຕົວ​ເອງ​ຫຼາຍ​ຂຶ້ນ ພ້ອມ​ກັບ​ນຳ​ເຕັກ​ໂນ​ໂລ​ຊີ​ໄຮ້​ການ​ສຳ­ຜັດ ມາ​ໃຊ້​ເພື່ອ​ຄວາມ​ປອດ​ໄພ​ດ້ານ​ສາ­ທາ­ລະ­ນະ​ສຸກ.

ທ່ານ Sean Donohue ກ່າວ​ອີ​ກວ່າ ເລື່ອງ​ທີ່​ສະ­ໜາມ​ບິນ​ໄດ້​ຮັບ​ການ​ຮ້ອງ​ຮຽນ​ເຂົ້າ​ມາ​ຫຼາຍ​ທີ່​ສຸດ ກໍ​ຄື​ເລື່ອງ “ຫ້ອງ​ນ້ຳ”.

ຂະ­ນະ​ນີ້ ສະ­ໜາມ​ບິນ DFW ແລະ ສາຍ​ການ­ບິນ American Airlines ພະ­ຍາ­ຍາມ​ຊຸກ­ຍູ້​ໃຫ້​ມີ​ລະ­ບົບ​ເຊັກ​ອິນ​ສຳ­ພາ­ລະ​ດ້ວຍ​ຕົວ​ເອງ ແລະ ປ່ຽນ​ຫ້ອງ​ນ້ຳ​ທັງ​ໝົດ​ໃຫ້​ເປັນ​ລະ­ບົບ​ທີ່​ບໍ່​ມີ​ການ​ສຳ­ຜັດ​ໃດໆ.

ບໍ­ລິ­ສັດ Infax Inc. ຈະ​ເປັນ​ຜູ້​ຕິດ​ຕັ້ງ​ລະ­ບົບ​ເຊັນ​ເຊີ​ທີ່​ອ່າງ​ລ້າງ​ມື ສະ​ບູ່ ຊັກ​ໂຄກ ແລະ ເຈ້ຍ­ເຊັດ​ມື​ໃຫ້​ເປັນ​ລະ­ບົບ​ທີ່​ບໍ່​ມີ​ການ​ສຳ­ຜັດ ແລະ ລະ­ບົບ​ດັ່ງ­ກ່າວ​ຈະ­ແຈ້ງ​ເຕືອນ​ລ່ວງ​ໜ້າ ເວ­ລາ​ທີ່​ສິ່ງ​ຂອງ ຫຼື ອຸ­ປະ­ກອນ​ຕ່າງໆ​ໃນ​ຫ້ອງ​ນ້ຳ​ໃກ້​ຈະ​ໝົດ.

ນອກ­ຈາກ​ນີ້ ສະ­ໜາມ​ບິນ DFW ກຳ­ລັງ​ທົດ​ສອບ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ໃນ​ການ​ຂ້າ​ເຊື້ອ​ທີ່​ດີ​ຂຶ້ນ ເຊັ່ນ ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ລັງ­ສີ​ອຸນ​ຕຣາ​ໄວ​ໂອ​ເລດ ທີ່​ສາ­ມາດ​ຂ້າ​ເຊື້ອ​ພະ­ຍາດ​ກ່ອນ​ທີ່​ຈະ​ໄຫຼ​ວຽນ​ເຂົ້າ​ສູ່​ລະ­ບົບ HVAC.

DFW ໃຊ້​ງົບ­ປະ­ມານ​ຫຼາຍ​ລ້ານ​ໂດ​ລາ ໃນ​ເລື່ອງ​ການ​ເຮັດ​ຄວາມ​ສະ­ອາດ ແລະ ລະ­ບົບ​ສຸ­ຂາ­ພິ­ບານ​ນັບ​ຕັ້ງ­ແຕ່​ເກີດ​ການ​ລະ­ບາດ​ໃຫຍ່ ໃນ​ຂະ­ນະ​ດຽວ​ກັນ ກໍ​ໄດ້​ລະ­ງັບ​ໂຄງ­ການ​ອື່ນໆ​ທີ່​ໃຊ້​ງົບ­ປະ­ມານ​ຈຳ­ນວນ​ຫຼາຍ ແລະ ຫຼຸດ​ຕົ້ນ​ທຶນ​ການ​ດຳ­ເນີນ​ງານ​ໃນ​ເຄິ່ງ​ປີ​ຫຼັງ​ລົງ​ປະ­ມານ 20% ເພື່ອ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ໂຄ​ວິດ-19.

ສະ­ໜາມ​ບິນ​ແຫ່ງ​ນີ້ ຍັງ​ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ແບບ​ໃໝ່​ມາ​ໃຊ້​ໃນ​ການ​ເຊັກ​ອິນ​ສຳ­ພາ­ລະ​ໃຫ້​ຜູ້­ໂດຍ­ສານ ເຊັ່ນ ເມື່ອ​ປີ​ທີ່​ຜ່ານ​ມາ DFW ເປິດ​ໃຊ້​ລະ­ບົບ Biometric ຫຼື ການ​ໃຊ້​ໃບ​ໜ້າ​ຂອງ​ຜູ້­ໂດຍ­ສານ​ເປັນ boarding pass ຫຼື ໃບ​ອະ­ນຸ­ຍາດ​ຜ່ານ​ຂຶ້ນ​ເຮືອ­ບິນ​ສຳ­ລັບ​ຖ້ຽວ​ບິນ​ລະ­ຫວ່າງ​ປະ­ເທດ ແລະ ໃຊ້​ເຕັກ​ໂນ​ໂລ​ຊີ VeriScan ສຳ­ລັບ​ຜູ້­ໂດຍ­ສານ​ທີ່​ເດີນ­ທາງ​ມາ​ເຖິງ.

ຂະ­ນະ​ທີ່​ສາຍ​ການ­ບິນ Delta Air Lines ເປິດ​ອາ­ຄານ biometric ແຫ່ງ​ທຳ​ອິດ​ຂອງ​ສະ­ຫະ­ລັດ ທີ່​ແອດ​ແລນ​ຕາ ໃນ​ປີ 2018 ແລະ ສະ­ໜາມ​ບິນ​ບາງ​ແຫ່ງ​ໃນ​ເອີ​ຣົບ ແລະ ອາ­ຊີ ກໍ​ໃຊ້​ເຕັກ​ໂນ​ໂລ​ຊີ​ຈົດ​ຈຳ​ໃບ​ໜ້າ​ດ້ວຍ ເຊັ່ນ​ກັນ.

ນອກ­ຈາກ​ນີ້​ແລ້ວ ທາງ​ສະ­ໜາມ​ບິນ​ຍັງ​ທົດ​ສອບ​ເຕັກ​ໂນ​ໂລ​ຊີ​ລະ­ບົບ​ໄຮ້​ການ​ສຳ­ຜັດ ໃນ​ການ​ກວດ​ວັດ​ອຸນ­ຫະ­ພູມ​ຂອງ​ພະ­ນັກ­ງານ ເຊັ່ນ​ກັນ.

error: Content is protected !!