ຢູມັນນີ ເບີກຈ່າຍເງິນເດືອນໃຫ້ພະນັກງານເຂດຫ່າງໄກສອກຫຼີກ

    ພິທີລົງນາມເຊັນສັນຍາລະຫວ່າງບໍລິສັດ ສະຕາພິນເທັກ ຈຳກັດຜູ້ດຽວ ແລະ ຄັງເງິນແຫ່ງຊາດ ກະຊວງການເງິນວ່າດ້ວຍການເບີກຈ່າຍເງິນເດືອນ ເງິນອຸດໜູນ ໃຫ້ພະນັກງານລັດຖະກອນ 11 ເມືອງ ຜ່ານກະເປົາເງິນເອເລັກໂຕຣນິກ ຫຼື ຢູມັນນີ (u-money) ຈັດຂຶ້ນວັນທີ 16 ທັນວາ 2020 ທີ່ສຳນັກງານໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດນະຄອນຫຼວງວຽງຈັນ ລົງນາມລະຫວ່າງທ່ານນາງ ວັນພອນ ພົມມະສອນ ຫົວຄັງເງິນແຫ່ງຊາດ ແລະ ທ່ານ ລິວແມງຮ່າ ຜູ້ອຳນວຍການບໍລິສັດ ສະຕາພີນເທັກ ຈຳກັດຜູ້ດຽວ ທັງເປັນເປັນຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມຈຳກັດ ມີທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

    ການເຊັນສັນຍາຄັ້ງນີ້ ຈຸດປະສົງກໍເພື່ອນຳໃຊ້ບໍລິການຢູມັນນີ ເຂົ້າໃນການເບີກຈ່າຍເງິນເດືອນ ເງິນອຸດໜູນໃຫ້ພະນັກງານລັດຖະກອນ 11 ເມືອງ ທີ່ນອນຢູ່ໃນເຂດຫ່າງໄກສອກຫຼີກຄື: ເມືອງແມດ ແຂວງວຽງຈັນ ເມືອງວຽງຄຳ ເມືອງໂພນທອງ ເມືອງພູຄູນ ແຂວງຫຼວງພະບາງ ເມືອງກວັນ ແຂວງຫົວພັນ ເມືອງໄຊສະຖານ ແຂວງໄຊຍະບູລີ ເມືອງສຳພັນ ແຂວງຜົ້ງສາລີ ເມືອງເມີງ ແຂວງບໍ່ແກ້ວ ເມືອງຮົ່ມ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ.

  # ຂ່າວ & ພາບ : ສົມສະຫວັນ

error: Content is protected !!