ເຜີຍແຜ່ເລື່ອງເລົ່າ ບົດບາດຂອງແມ່ຍິງ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ

    ໂດຍໄດ້ຮັບການສະໜັບສະໜູນຈາກອົງການ OXFAM ກຸ່ມນັກສຶກສາຄະນະຊັບພະຍາກອນນໍ້າ ມະຫາວິທະຍາ ໄລແຫ່ງຊາດ ໄດ້ຈັດກິດຈະກໍາເຜີຍແຜ່ເລື່ອງເລົ່າບົດບາດຂອງແມ່ຍິງ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ ຂຶ້ນວັນທີ 16 ທັນວາ 2020 ທີ່ຄະນະດັ່ງກ່າວ ເປັນປະທານຂອງທ່ານ ຄໍາເກັ່ງ ຈັນທະວົງສາ ຮອງຄະນະບໍດີ ຄະນະຊັບພະຍາ ກອນນໍ້າ ມະຫາວິທະຍາໄລແຫ່ງຊາດ ມີຜູ້ຕາງໜ້າຈາກອົງການທີ່ໃຫ້ການສະໜັບສະໜູນ ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ການຈັດກິດຈະກໍາຄັ້ງນີ້ ບັນດານັກສຶກສາຄະນະຊັບພະຍາກອນນໍ້າ ໄດ້ມາເລົ່າເລື່ອງກ່ຽວກັບບົດບາດຂອງແມ່ຍິງກັບການຄຸ້ມຄອງຊັບພະຍາກອນນໍ້າ ເຊິ່ງໄດ້ນໍາສະເໜີ ຖ່າຍທອດສິ່ງທີ່ຕົນເອງໄດ້ມີໂອກາດໄປເຫັນ ແລະ ສໍາຜັດເຫດການຕົວຈິງ ເພື່ອສະທ້ອນບັນຫາ ແລະ ກ່າວເຖິງຄວາມສໍາຄັນ ບົດບາດຂອງແມ່ຍິງທີ່ກ່ຽວຂ້ອງກັບການຄຸ້ມຄອງນໍາໃຊ້ຊັບພະຍາກອນນໍ້າ ພ້ອມນັ້ນ ຍັງເປັນການສົ່ງເສີມ ເປີດໂອກາດໃຫ້ນັກສຶກສາໄດ້ມີເວທີສະແດງອອກທາງດ້ານຄວາມຄິດ ແລະ ທັດສະນະຂອງເຂົາເຈົ້າໂດຍຜ່ານກິດຈະກໍາທີ່ເຂົາເຈົ້າໄດ້ສຶກສາຄົ້ນຄວ້າ.

                            # ຂ່າວ & ພາບ : ຂັນທະວີ

error: Content is protected !!