ບໍລິສັດ ຊີພີອໍ ຈຳກັດ ມອບຂອງຂວັນອວຍພອນໜັງສືພິມວຽງຈັນໃໝ່

    ທ່ານ ບັນຫຍັດ ຄຳນູນວັດ ທີ່ປຶກສາຄະນະເຈົ້າໜ້າທີ່ບໍລິຫານ ທ່ານ ທານີ ລິມປະນາຣົມ ຜູ້ຈັດການທົ່ວໄປດ້ານສື່ມວນຊົນ ແລະ ທ່ານນາງ ສຸມົນຊະຍາ ຈຶງຈະເຣີນສີນ ຜູ້ຊ່ວຍຜູ້ຈັດການພະແນກປະຊາສຳພັນ ບໍລິສັດ ຊີພີອໍ ຈຳກັດ ໄດ້ຕາງໜ້າໃຫ້ພະນັກງານຂອງບໍລິສັດ ນໍາຂອງຂວັນມາອວຍພອນແກ່ໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ໃນວັນທີ 16 ທັນວາ 2020 ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2021 ທີ່ຈະມາເຖິງໃນມໍ່ໆນີ້ ກ່າວຮັບ ແລະ ກ່າວຄຳຂອບໃຈນຳບໍລິສັດດັ່ງກ່າວ ໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພີມວຽງຈັນໃໝ່ ແລະ ວຽງຈັນ ທຸລະກິດ-ສັງຄົມ.

error: Content is protected !!