
ໂຄງການວຽກງານຄວບຄຸມຢາສູບ ທີ່ໄດ້ຮັບທຶນຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ໄຂຂຶ້ນເປັນທາງການ ວັນທີ 4 ມີນາ 2020 ຢູ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ມາກ ຈາຄອບ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ ທ່ານນາງ Ricarda Rieger ຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການນີ້ ເປັນໂຄງການທຳອິດ ທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອໃນວຽກງານຄວບຄຸມຢາສູບ ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມທ້າທາຍຫຼາຍສົມຄວນ ຜ່ານມາປະຊາຊົນສ່ວນຫຼາຍ ລວມທັງພະນັກງານ ແລະ ຜູ້ປະກອບການທຸລະກິດຢາສູບ ຍັງບໍ່ເຂົ້າໃຈແຈ້ງກ່ຽວກັບຜົນຮ້າຍທີ່ເກີດຈາກຢາສູບ ແລະ ການໄດ້ຮັບຄວັນຢາສູບຂອງຄົນອື່ນ ຜົນສຳຫຼວດອັດຕາການສູບຢາຂອງຜູ້ໃຫຍ່ປີ 2015 ໄດ້ສະແດງໃຫ້ເຫັນວ່າຜູ້ຊາຍຄົນລາວ ອາຍຸ 15 ປີຂຶ້ນໄປ ສູບຢາປະມານ 50% ຜູ້ຍິງສູບຢາ 7% ນອກນີ້ ອັດຕາການສູບຢາຂອງໄວໜຸ່ມລາວ ອາຍຸ 11-15 ປີ ຊີ້ໃຫ້ເຫັນວ່າ ໄວໜຸ່ມຊາຍສູບຢາປະມານ 15,7% ແລະ ໄວໜຸ່ມຍິງສູບຢາເກືອບ 6% ໃນນີ້ ລວມທັງສູບຢາໄຟຟ້າ.
ທ່ານ ພູທອນ ເມືອງປາກ ກ່າວວ່າ: ໂຄງການນີ້ຈະໄດ້ສຸມໃສ່ບາງມາດຕາຫຼັກຂອງສົນທິສັນຍາສາ ກົນວ່າດ້ວຍການຄວບຄຸມຢາສູບ ເຊັ່ນ: ວຽກງານປັບປຸງບາງນິຕິກຳທີ່ມີຄວາມຈຳເປັນຕ້ອງໄດ້ປັບປຸງໃຫ້ກະ ທັດຮັດ ຊັດເຈນ ແລະ ຖືກຕ້ອງຕາມຄຳແນະນຳຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ສືບ ຕໍ່ຂະຫຍາຍເຂດປອດຄວັນຢາສູບໃຫ້ທົ່ວເຖິງ ແລະ ການປົກປ້ອງນະໂຍບາຍຕ່າງໆ ຈາກການແຊກແຊງຂອງບໍລິສັດຢາສູບທຸກຮູບແບບ ກະຊວງສາທາລະນະສຸກ ໃນນາມປະທານກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບຈະສືບຕໍ່ປະສານງານ ແລະ ເຮັດວຽກກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະກະຊວງການເງິນ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງປ້ອງກັນຄວາມສະຫງົບ ກະຊວງແຜນການ ແລະ ການລົງທຶນ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳກ່ຽວກັບການຄວບຄຸມຢາສູບ ສືບຕໍ່ສ້າງຄວາມເຂົ້າໃຈໃຫ້ປະຊາຊົນຕໍ່ຜົນຮ້າຍທີ່ເກີດຈາກຢາສູບ ແລະ ການໄດ້ຮັບຄວັນຢາສູບຂອງຄົນອື່ນ ມີການກ່າວເຕືອນ ສຶກສາອົບຮົມ ແລະ ປັບໃໝຕໍ່ຜູ້ລະເມີດກົດໝາຍ ແລະ ນິຕິກຳກ່ຽວຂ້ອງໃຫ້ເຂັ້ມງວດ ເພື່ອປົກປ້ອງສຸຂະພາບຂອງທຸກຄົນຈາກຜົນຮ້າຍທີ່ເກີດຈາກຢາສູບ ການເສຍຊີວິດກ່ອນໄວອັນຄວນ ທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ເກີດຈາກຢາສູບ ໃຫ້ທຸກຄົນມີສຸຂະພາບເຂັ້ມແຂງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນຮຸ່ງເຮືອງ.