
ວັນທີ 3 ມີນາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການເລກທີ 356/ຫສນຍ ນະຄອນຫຼວງວຽງຈັນ (ນວ) ເຖິງບັນດາທ່ານລັດຖະມົນຕີກະຊວງ ຫົວໜ້າອົງການທຽບເທົ່າ ທ່ານເຈົ້າຄອງ ນວ ແລະ ບັນດາທ່ານເຈົ້າແຂວງ ເລື່ອງ: ການເລື່ອນຈັດມະຫະກຳກີລາແຫ່ງຊາດ ຄັ້ງທີ XI ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນວັນທີ 22 ມີນາ 2020 ຢູ່ແຂວງຊຽງຂວາງ.
ອີງຕາມການຕົກລົງ ແລະ ຊີ້ນຳຂອງລັດຖະບານ ວັນທີ 28 ກຸມພາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຈ້ງການຕົກລົງ ແລະ ຊີ້ນຳຂອງລັດຖະບານ ມາຍັງທ່ານຊາບ ດັ່ງນີ້:
ໃຫ້ບັນດາກະຊວງ ອົງການທຽບເທົ່າກະຊວງ ນວ ແລະ ບັນດາແຂວງທົ່ວປະເທດ ເລື່ອນການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດວັນທີ 22 ມີນາ 2020 ຢູ່ແຂວງຊຽງຂວາງໄປກ່ອນ ຈົນກວ່າສະພາບການລະບາດຂອງພະຍາດເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຈະຖືກຄວບຄຸມ ເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ ໃນປັດຈຸບັນມີຄວາມຮຸນແຮງ ແລະ ໄດ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ ພ້ອມນີ້ອົງການອະນາໄມໂລກ ກໍໄດ້ມີການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ ທັງຮຽກຮ້ອງໃຫ້ມີການປ້ອງກັນໃຫ້ດີ ແລະ ຈຳກັດການໂຮມຊຸມນຸມຂອງຄົນຈຳນວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.
ສະເພາະໃນ ສປປ ລາວ ເຖິງວ່າປັດຈຸບັນຍັງບໍ່ທັນມີກໍລະນີຕິດເຊື້ອພະຍາດ COVID-19 ແຕ່ຢູ່ບັນດາປະເທດອ້ອມຂ້າງ ແມ່ນໄດ້ມີການລະບາດຂອງເຊື້ອພະຍາດດັ່ງກ່າວ ຖ້າມີການໂຮມຊຸມນຸມໃຫຍ່ ຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ ແລະ ຖ້າມີການແຜ່ລະບາດໃນປະເທດເຮົາ ໃນສະພາບທີ່ພາຍໃນປະເທດຍັງມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ພື້ນຖານໂຄງລ່າງສາທາລະນະສຸກ ອຸປະກອນການແພດ ແລະ ອື່ນໆ ຍັງບໍ່ທັນພຽງພໍ ຍິ່ງຈະມີຄວາມອັນຕະລາຍສູງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ໃຫ້ກະຊວງສຶກສາທິການ ແລະ ກີລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ລົງສົມທົບກັບແຂວງຊຽງຂວາງ ເພື່ອແຈ້ງການຊີ້ນຳຂອງຂັ້ນເທິງ ແລະ ອະທິບາຍສາຍເຫດໃນການເລື່ອນຈັດພິທີດັ່ງກ່າວ ໃຫ້ອຳນາດການປົກຄອງ ປະຊາຊົນທ້ອງຖິ່ນເຂົ້າໃຈ ແລະ ເປັນເອກະພາບຕໍ່ກັບທິດຊີ້ນຳ ກໍຄືຄວາມເປັນຫ່ວງເປັນໄຍຂອງລັດຖະບານ.
ໃຫ້ບັນດາກະຊວງ ອົງການທຽບເທົ່າ ນວ ແລະ ບັນດາແຂວງທົ່ວປະເທດ ແຈ້ງໃຫ້ພະນັກງານຂອງຕົນ ຍົກສູງຄວາມລະມັດລະວັງໃນການເດີນທາງໄປປະຕິບັດໜ້າທີ່ວຽກງານ ໄປສຶກສາຮ່ຳຮຽນ ຫຼື ໄປວຽກສ່ວນຕົວຢູ່ປະເທດທີ່ມີການລະບາດຂອງພະຍາດ COVID-19 ເພາະຈະມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ນຳມາແຜ່ລະບາດໃນປະເທດພວກເຮົາ ຖ້າມີຄວາມຈຳເປັນແທ້ກໍຕ້ອງປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອ ຕາມການແນະນຳຂອງປະເທດເຈົ້າພາບຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອ ຖ້າບໍ່ຈຳເປັນກໍໃຫ້ເລື່ອນໄປກ່ອນ ກໍລະນີພະນັກງານໄປເຄື່ອນໄຫວວຽກງານ ແລະ ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ແມ່ນໃຫ້ປະຕິບັດຕາມຂໍ້ແນະນຳຂອງກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດ.
ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບກະຊວງສາທາລະນະສຸກ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ຜ່ານສື່ຕ່າງໆໃຫ້ພະນັກງານ ທະຫານ-ຕຳຫຼວດ ຜູ້ປະກອບການ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບມາດຕະການກັນ ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດ COVID-19 ໂດຍສະເພາະມາດຕະການປ້ອງກັນ ດ້ວຍການຈຳກັດການເດີນທາງໄປປະເທດ ທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ມາດຕະການໃນການຈຳກັດ ການໂຮມຊຸມນຸມຂອງຄົນຈຳນວນຫຼາຍ.