ມາເລເຊຍ ຄາດຈະມີນັກທ່ອງທ່ຽວ ເຂົ້າປະເທດ 30 ລ້ານຄົນ ໃນປີ 2020

    ສຳ​ມະ​ນາ ແລະ ການ​ແລກ­ປ່ຽນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂອງ​ອົງ​ການ­ທ່ອງ­ທ່ຽວ​ມາ​ເລ​ເຊຍ ເພື່ອ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ເດືອນ​ພິ­ເສດ​ຂອງ​ມາ​ເລ​ເຊຍ ແລະ ການ​ສົ່ງ­ເສີມ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2020 ຈັດ​ຂຶ້ນ​ວັນ​ທີ 4 ກຸມ­ພາ 2020 ຢູ່​ໂຮງ­ແຮມ​ແລນ​ມາກ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໂນ​ຣັນ ອູ​ຈັງ ຜູ້­ອຳ­ນວຍ­ການ​ພະ ແນກ​ໂຄ­ສະ­ນາ​ສາ­ກົນ (ອາ​ຊຽນ) ອົງ​ການ­ທ່ອງ­ທ່ຽວ​ມາ​ເລ​ເຊຍ ມີ​ຂະ­ແໜງ​ການ­ທ່ອງ­ທ່ຽວ ບັນ­ດາ​ບໍ­ລິ­ສັດ ທ່ອງ​ທ່ຽວ ຄູ່​ຮ່ວມ​ທຸ­ລະ​ກິດ ແລະ ສື່​ມວນ​ຊົນ ເຂົ້າ​ຮ່ວມ.

    ທ່ານ ໂນ​ຣັນ ອູ​ຈັງ ກ່າວ​ວ່າ: ອຸດ­ສາ­ຫະ­ກຳ​ການ­ທ່ອງ­ທ່ຽວ​ໃນ​ປະ­ເທດ​ມາ​ເລ​ເຊຍ ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຢ່າງ​ເຂັ້ມ­ແຂງ ເຊິ່ງ​ປີ​ນີ້​ເປັນ​ໄລ­ຍະ​ທີ່​ສຳ­ຄັນ​ສຳ­ລັບ​ການ­ທ່ອງ­ທ່ຽວ​ຂອງ​ປະ­ເທດ​ເຮົາ ໂດຍ​ຄາດ​ຫວັງ​ຈາກ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2020 ນອກ​ນີ້ ພວກ​ເຮົາ​ຄາດ​ວ່າ​ຈະ​ຕ້ອນ­ຮັບ​ນັກ​ທ່ອງ​ທ່ຽວ​ປະ­ມານ 30 ລ້ານ​ຄົນ ເຂົ້າ​ມາ​ທ່ຽວ​ປະ­ເທດ​ມາ​ເລ​ເຊຍ ສ້າງ​ລາຍ​ຮັບ​ຈາກ​ການ­ທ່ອງ­ທ່ຽວ​ບັນ­ລຸ​ເປົ້າ​ໝາຍ​ເຖິງ 23,6 ຕື້​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 209.692 ຕື້​ກີບ ການ​ຮ່ວມ​ທຸ­ລະ​ກິດ​ຂອງ​ພວກ​ເຮົາ​ຈະ​ຊ່ວຍ​ໃຫ້​ປະ­ເທດ​ມາ​ເລ​ເຊຍ​ກາຍ­ເປັນ​ປະ­ເທດ​ຍອດ​ນິ­ຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ຊາວ​ລາວ​ໄດ້ ນັບ​ແຕ່​ເດືອນ​ມັງ­ກອນ-ເດືອນ​ກັນ­ຍາ 2019 ນັກ​ທ່ອງ​ທ່ຽວ​ລາວ​ເຂົ້າ​ໄປ​ມາ​ເລ​ເຊຍ​ປະ­ມານ 20.959 ຄົນ ເພີ່ມ​ຂຶ້ນ 13,8% ທຽບ​ໃສ​ປີ 2018 ສຳ­ລັບ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2020 ຄາດ​ວ່າ​ຈະ​ຕ້ອນ­ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ປະ­ມານ 38.525 ຄົນ.

    ກິດ­ຈະ­ກຳ​ສຳ­ລັບ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2020 ມີ​ຫຼາຍ​ກວ່າ 100 ກິດ­ຈະ­ກຳ ທີ່​ຈະ​ຈັດ​ຂຶ້ນ​ເຊິ່ງ​ສະ ແດງ​ໃຫ້​ເຫັນ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ຂອງ​ມາ​ເລ​ເຊຍ ເປັນ­ຕົ້ນ ງານ​ເທ​ສະ­ການ​ດອກ​ໄມ້​ໃນ​ເມືອງ​ພຸດ​ຕຣາ​ຈາ​ຢາ ເທ​ສະ­ການ​ດົນ­ຕີ​ໂລກ​ຂອງ​ປ່າ​ຝົນ ໃນ​ລັດ​ຊາ​ລະ​ວັກ ເທ​ສະ­ການ​ຕາມ​ລ່າ​ຫາ​ອາ­ຫານ​ທີ່​ດີ​ທີ່​ສຸດ​ໃນ​ເມືອງ​ກົວ​ລາ​ລຳ​ເປີ ເທ​ສະ­ການ​ແມ່­ນ້ຳ​ເມ​ລາ​ກາ​ສາ­ກົນ ງານ​ສະ­ຫຼອງ​ເປີດ​ບ້ານ​ຂອງ​ຫຼາຍ​ເຊື້ອ​ຊາດ ແລະ ອື່ນໆ ເຊິ່ງ​ລາຍ​ລະ­ອຽດ​ເພີ່ມ​ເຕີມ​ສາ­ມາດ​ດາວ​ໂຫຼດ​ໄດ້​ທີ່ www.malaysia.travel.

Leave a Reply

error: Content is protected !!