ຖະແຫຼງຂ່າວການສ້ອມແປງໃຫຍ່ ເຮືອບິນແອບັສ 320 ຄັ້ງທຳອິດ ໂດຍພະແນກວິສະວະກຳ ແລະ ສ້ອມບຳລຸງເຮືອບິນ ຂອງລັດວິສາຫະກິດການບິນລາວ ຈັດຂຶ້ນວັນທີ 15 ທັນວາ 2020 ທີ່ສຳນັກງານລັດວິສາຫະກິດການບິນລາວ ໂດຍມີທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມການບິນພົນລະເຮືອນ ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະພັກ ຄະນະອໍານວຍການລັດວິສາຫະກິດການບິນລາວ ພະແນກການອ້ອມຂ້າງ ແລະ ອ້າຍນ້ອງວິສະວະກອນ ວິຊາການນາຍຊ່າງ ພະແນກວິສະວະກໍາ ແລະ ສ້ອມບໍາລຸງເຮືອບິນ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ພົມມະວັນ ໄດ້ກ່າວວ່າ: ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ ຄະນະອໍານວຍການລັດວິສາຫະກິດການບິນລາວ ໂດຍໄດ້ຮັບການຢັ້ງຢືນອະນຸມັດຈາກກົມການບິນພົນລະເຮືອນລາວ AMO_Approved Maintenance Organization ຕາມມາດຕະຖານຂອງອົງການການບິນພົນລະເຮືອນສາກົນ ICAO International Civil Aviation Organization ໃນໄລຍະທີ່ຜ່ານມາ ຂອງການນໍາໃຊ້ເຮືອບິນ ການສ້ອມບໍາລຸງໃຫຍ່ (ກໍານົດ 2 ປີ 4 ປີ 6 ປີ) ແມ່ນໄດ້ນໍາສົ່ງເຮືອບິນໄປສ້ອມບໍາລູງທີ່ຕ່າງປະເທດ ເຊິ່ງມີຄ່າໃຊ້ຈ່າຍສູງເຊ່ັນ: ຄ່າສ້ອມແປງ ຄ່າບິນສົ່ງ ແລະ ຮັບເຮືອບິນ ຄ່ານ້ໍາມັນ ຄ່າຊົ່ວໂມງບິນ ເຮັດໃຫ້ວິຊາການລາວບໍ່ມີການພັດທະນາ ແລະ ເສີມຂະຫຍາຍຂີດຄວາມສາມາດຂອງຕົນເອງທີ່ໄດ້ຮ່ຳຮຽນມາ ແລະ ເຮັດໃຫ້ເງິນຕາໄຫຼອອກຈາກປະເທດ ເພາະວ່າການສ້ອມແປງໃຫຍ່ແຕ່ລະຄັ້ງຢູ່ຕ່າງປະເທດ ລາຄາພື້ນຖານແມ່ນຕ້ອງໃຊ້ງົບປະມານເຖິງ 200.000 ໂດລາສະຫະລັດ ປະມານ 1,8 ຕື້ກວ່າກີບ ເເຕ່ດໍາເນີນການດ້ວຍຕົນເອງ ແມ່ນມີຄ່າໃຊ້ຈ່າຍໂດຍສະເລ່ຍ 60.000 ຫາ 80.000 ໂດລາ ປະມານ 556 ລ້ານກວ່າກີບ ຫາ 742 ລ້ານກວ່າກີບ.

ການດໍາເນີນການສ້ອມບໍາລຸງໃຫຍ່ດ້ວຍຕົນເອງ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະນຳການບິນພົນລະເຮືອນ ແລະ ລັດວິສາ ຫະກິດການບິນລາວ ຂອງວິສະວະກອນທີ່ມີປະສົບການສູງຈາກບໍລິສັດ D Aviation Company ທີ່ມາປະຈໍາການຢູ່ກັບລັດວິສາຫະກິດການບິນລາວ ຫຼາຍກວ່າ 1 ປີ ແລະ ຊ່ຽວຊານຈາກບໍລິສັດກວດກາຮອຍແຕກແຫງ RWAN Engineering Co Ltd ເຊິ່ງລໍາທໍາອິດໄດ້ດໍາເນີນການມາແຕ່ວັນທີ 23 ເດືອນຕຸລາ 2020 ແລະ ຄາດກະຈະສໍາເລັດໃນທ້າຍເດືອນທັນວາ 2020 ແລະ ລໍາທີ 2 ເລີ່ມຕົ້ນວັນທີ 20 ພະຈິກ 2020 ໄດ້ມີຄຸນນະພາບ ແລະ ປະສິດທິຜົນທີ່ດີ ຮັບປະກັນໄດ້ມາດຕະຖານສາກົນ ເຮືອບິນຢູ່ໃນສະພາບທີ່ດີ-ມີຄວາມສົມບູນທາງດ້ານເຕັກນິກ (Aircraft Airworthy) ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າທີ່ມານໍາໃຊ້ການບໍລິການຂອງລັດວິສາຫະກິດການບິນລາວ.

ພ້ອມດຽວກັນນີ້ ໃນສະພາບທີ່ມີການລະບາດຂອງເຊື້ອພະຍາດຈຸລະໂຣກສາຍພັນໃໝ່ ໂຄວິດ-19 ລັດວິສາຫະກິດການບິນລາວ ຍາມໃດກໍຖືເອົາວຽກງານຄວາມປອດໄພທາງດ້ານການບິນມາກ່ອນ ໂດຍການບໍາລຸງຮັກສາເຮືອບິນ ແລະ ຂ້າເຊື້ອໂຣກເປັນປະຈໍາ.
# ຂ່າວ & ພາບ: ບຸນມີ