ການສຶກສາຮຽນຮ່ວມ ຍັງຕ້ອງການຮ່ວມມືຊ່ວຍເຫຼືອຈາກສັງຄົມ

    ກະຊວງສຶກສາທິການ-ກີລາ ແລະ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງຄວາມຄືບໜ້າ ວຽກງານການສຶກສາຮຽນຮ່ວມ ຄັ້ງວັນທີ 15 ທັນວາ 2020 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນ ຫຼວງວຽງຈັນ ໂດຍມີທ່ານ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ ທ່ານນາງ ເຈນ ແຊັນເລີ ອຸປະທູດສະຖານທູດອົດສະຕຣາລີ ປະຈຳລາວ ພ້ອມດ້ວຍບັນດາແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງອົງການຈັດຕັ້ງພາກລັດ ຄູ່ຮ່ວມງານ ພາກສ່ວນຂອງອົງການທີ່ເຮັດວຽກພັດທະນາ ແລະ ຊ່ວຍເຫຼືອຄົນພິການເຂົ້າຮ່ວມ.

    ທ່ານ ບຸນປັນ ໄຊມຸນຕຣີ ໄດ້ກ່າວບາງຕອນໃນງານຄັ້ງນີ້ວ່າ: “ງານສະເຫຼີມສະຫຼອງຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ການສືບຕໍ່ຮ່ວມມືກັນລະຫວ່າງກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະຕຣາລີ ໂດຍສະເພາະ ການເພີ່ມທະວີດ້ານວຽກງານການສຶກສາຮຽນຮ່ວມສຳລັບເດັກນ້ອຍພິການ ເພື່ອໃຫ້ພວກເຂົາໄດ້ມີໂອກາດເຂົ້າຮຽນທຸກຄົນ”.

    ໂອກາດດຽວກັນ ທ່ານນາງ ເຈນ ແຊັນເລີ ອຸປະທູດໄດ້ມີຄຳເຫັນ ໂດຍເນັ້ນໃສ່ຜົນສຳເລັດອັນພົ້ນເດັ່ນຂອງການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ກ່ຽວກັບວຽກງານການສຶກສາຮຽນຮ່ວມ ເພື່ອຊ່ວຍໃຫ້ເດັກນ້ອຍທຸກຄົນໄດ້ມີໂອກາດເຂົ້າຮຽນ ພ້ອມກ່າວເນັ້ນລັດຖະບານອົດສະຕຣາລີ ໃນການສະໜັບສະໜູນໃຫ້ກະຊວງສຶກສາທິການ ແລະ ກີລາ ເພື່ອສົ່ງເສີມວຽກງານການສຶກສາຮຽນຮ່ວມໂດຍຜ່ານການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຊຸດຄູ່ມືຄູ ແລະ ຊຸດເຄື່ອງມືພັດທະນາການຮຽນການສອນຂອງຄູ ໂດຍແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ເພື່ອຮັບປະກັນວຽກງານການສຶກສາຮຽນຮ່ວມໄດ້ຖືກພັດທະນາເຂົ້າໃນຊຸດເຄື່ອງມືຕ່າງໆເຫຼົ່ານັ້ນ ແລະ ສາມາດນຳໃຊ້ນຳຄົນລາວທຸກຄົນ ໂດຍສະເພາະແມ່ນເດັກຍິງ ແລະ ເດັກຊາຍ ເດັກຊົນເຜົ່າ ແລະ ເດັກນ້ອຍພິການ.

    ພາຍໃນງານ ຍັງໄດ້ຮັບຟັງຫຼາກຫຼາຍເລື່ອງເລົ່າປະສົບການຊີວິດຂອງຄົນພິການ ທີ່ປະສົບຜົນສຳເລັດໃນຊີວິດ ຈາກຫຼາຍສາຂາອາຊີບຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຟັງ.

​                                         # ຂ່າວ & ພາບ: ບຸນມີ

error: Content is protected !!