ປັດຈຸບັນ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ (AEON Leasing Service (Lao) Company Limited) ມີລູກຄ້າທີ່ມີບັດສະມາຊິກປະມານ 30.000 ບັດ ເຊິ່ງບັດສະມາຊິກນີ້ ນອກຈາກຈະມີໄວ້ຜ່ອນສິນຄ້າຕ່າງໆແລ້ວ ຍັງສາມາດນຳໃຊ້ເພື່ອເປັນສ່ວນຫຼຸດໃນສິນຄ້າ ແລະ ບໍລິການຕ່າງໆອີກຫຼາຍຢ່າງ.

ທ່ານນາງ ສຸພັດຕຣາ ຣັກຂຸມແກ້ວ ກຳມະການບໍລິຫານສົ່ງເສີມທຸລະກິດ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ກ່າວເມື່ອບໍ່ດົນມານີ້ ວ່າ: ພວກເຮົາໄດ້ມີສິດທິພິເສດໃຫ້ລູກຄ້າທີ່ມີບັດສະມາຊິກຢ່າງຕໍ່ເນື່ອງ ເຊິ່ງປັດຈຸບັນ ພວກເຮົາມີຮ້ານຄ້າ ແລະ ບໍລິການຕ່າງໆທີ່ເຂົ້າຮ່ວມໂຄງການເພື່ອມອບສ່ວນຫຼຸດໃຫ້ຜູ້ທີ່ໃຊ້ບັດສະມາຊິກອິອອນ ເຊັ່ນ: ຮ້ານອາຫານ ຮ້ານກາເຟ ຮ້ານເສີມຄວາມງາມ ຮ້ານຂາຍແກັສ ຮ້ານຂາຍເຄື່ອງນອນ ປະມານ 100 ຮ້ານຄ້າ ພຽງແຕ່ລູກຄ້ານຳບັດມາສະແດງໃຫ້ຮ້ານຄ້າທີ່ເຂົ້າຮ່ວມລາຍການ ກໍຈະໄດ້ສ່ວນຫຼຸດທັນທີ ບັດນີ້ ເປັນບັດສ່ວນຫຼຸດຂອງຄົນມີເຄຣດິດ ນອກນີ້ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ຍັງວາງແຜນເພີ່ມຮ້ານຄ້າທີ່ເຂົ້າຮ່ວມລາຍການເພື່ອຈະເຮັດໃຫ້ລູກຄ້າສາມາດໄດ້ໃຊ້ສ່ວນຫຼຸດໃນສິນຄ້າ ແລະ ບໍລິການຫຼາຍຢ່າງໃນປີ 2021 ຕື່ມອີກ.

ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ໄດ້ຮັບອະນຸຍາດຈົດທະບຽນໃນປະເທດລາວ ແລະ ເລີ່ມທຸລະກິດແຕ່ວັນທີ 18 ຕຸລາ 2013 ລົງທຶນໂດຍບໍລິສັດ ອິອອນ ທະນະສິນຊັບ (ປະເທດໄທ) ຈໍາກັດ (ມະຫາຊົນ) ແລະ ກຸ່ມບໍລິສັດໃນເຄືອອິອອນ ດຳເນີນທຸລະກິດໂດຍການໃຫ້ບໍລິການທາງການເງິນສິນເຊື່ອລາຍຍ່ອຍແກ່ລູກຄ້າ ປະຊາຊົນຜູ້ທີ່ຕ້ອງການໃຊ້ບໍລິການສິິນເຊື່ອໃນການຜ່ອນສິນຄ້າຈາກກຸ່ມຮ້ານຄ້າຕົວແທນຫຼາຍປະເພດ ເຊັ່ນ: ກຸ່ມສິນຄ້າເຄື່ອງໃຊ້ໄຟຟ້າ ຄອມພິວເຕີໂນດບຸກ ໂທລະສັບມືຖື ເຄື່ອງໃຊ້ສຳນັກງານ ເຟີນິເຈີ ລົດຖີບ ລົດຈັກ ລົດໃຫຍ່ ຄຳ ລວມເຖິງການບໍລິການສິນເຊື່ອສິນຄ້າປະເພດໃໝ່ທີ່ຈະຂະຫຍາຍເພີ່ມໃນອະນາຄົດ ປັດຈຸບັນ ພວກເຮົາມີຮ້ານຄ້າຄູ່ຮ່ວມທຸລະກິດຫຼາຍກວ່າ 300 ຮ້ານຄ້າ ແລະ ມີລູກຄ້າເພີ່ມຂຶ້ນເລື້ອຍໆ ສຳນັກງານໃຫຍ່ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ຕັ້ງຢູ່ໂຄງການສະກາຍຊິດຕີ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ມີໜ່ວຍບໍລິການຢູ່ຊັ້ນ 2 ເຂດຮ້ານຄຳຕະຫຼາດເຊົ້າມໍ ອິອອນລາວໃຫ້ບໍລິການສິນເຊື່ອໃນເຂດນະຄອນຫຼວງວຽງຈັນ ແຂວງວຽງຈັນ ປາກເຊ ແລະ ຍັງມີແຜນຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄວນີ້ ສາມາດຕິດຕໍ່ສາຍດ່ວນ 1433 Facebook AEON Lao ເວັບໄຊ http://www.aeonlao.com/.
# ຂ່າວ & ພາບ : ສະບາໄພ