ສ້າງຄູໃຫ້ເກ່ງ ເພື່ອສ້າງໃຫ້ໄດ້ນັກຮຽນເກ່ງນັ້ນ ຕ້ອງເປັນຂະບວນການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ຄູເອງບໍ່ຕ້ອງຫຼົງຕົວວ່າຮຽນຈົບສາຍຄູຊັ້ນສູງ ຫຼື ປະລິນຍາ ແລ້ວຖິ້ມການຄົ້ນຄວ້າສະແຫວງຫາຄວາມຮູ້ ຜູ້ຂຽນໄດ້ອ່ານແຜນຍຸດທະສາດການສຶກສາຕັ້ງແຕ່ປີ 2000 ແຕ່ເຫັນວ່າມີຫຼາຍຈຸດທີ່ແຜນຍຸດທະສາດ ຊີ້ທາງໃຫ້ແງ່ຄິດແກ່ວຽກງານການສຶກສາ ແລະ ໃຫ້ແນວທາງການພັດທະນາຕົນຂອງສາຍອາຊີບຄູໜ້າທີ 92 ໄດ້ເນັ້ນວ່າ: ຕ້ອງຈັດຕັ້ງຄຸ້ມຄອງການສຶກສາໃຫ້ດີ ເພື່ອໃຫ້ຜູ້ສອນ ແລະ ຜູ້ຮຽນປະຕິບັດໄດ້ຕາມນະໂຍບາຍການສຶກສາ.
ແຜນຍຸດທະສາດສະບັບນີ້ໜ້າທີ 47 ໄດ້ຂຽນວ່າ: ປັບປຸງຖັນແຖວພະນັກງານຄຸ້ມຄອງການສຶກສາ ກວດກາການປະຕິບັດຂໍ້ກຳນົດ ແລະ ນະໂຍບາຍກ່ຽວກັບວຽກງານສຶກສາ…ປຸກລະດົມການແຂ່ງຂັນ: ສອນດີ ຮຽນດີ ແລະ ຄຸ້ມຄອງໂຮງຮຽນດີ ໃນຂະແໜງການສຶກສາ ພ້ອມກັນນັ້ນ ກໍມີການຍ້ອງຍໍຊົມເຊີຍຢ່າງທັນການ ເຮົາສາມາດເຂົ້າໃຈວ່ານະໂຍບາຍແຂ່ງຂັນ ສອນດີ ຮຽນດີ ແລະ ຄຸ້ມຄອງໂຮງຮຽນດີ ເປັນນະໂຍບາຍທີ່ຄົບຖ້ວນສົມບູນໃນໂຕ ເພາະຢ່າລືມວ່າຄູຈະສອນດີໄດ້ຕ້ອງເປັນຄູເກ່ງ ມີຄວາມຮູ້ແທ້ຈິງໃນວິຊາທີ່ຕົນເອງສອນ ແລະ ຄູຄົນນັ້ນຄົງຕ້ອງເປັນຜູ້ມັກຮັກການຄົ້ນຄວ້າ ບໍ່ຫຼົງຕົວເອງວ່າຮຽນຈົບສູງ ບໍ່ຕ້ອງພັດທະນາຄວາມຮູ້.
ສຳລັບຮຽນດີນັ້ນ ແມ່ນໜ້າທີ່ຂອງນັກຮຽນທີ່ບໍ່ຂີ້ຄ້ານ ຢາກສ້າງຕົນເອງ ຊອກສະແຫວງຫາຄວາມຮູ້ໂຕສຸດທ້າຍ ແມ່ນການຄຸ້ມຄອງໂຮງຮຽນດີ ເຊິ່ງສາມາດຕີຄວາມໄດ້ວ່າແມ່ນໜ້າທີ່ຂອງຜູ້ອຳນວຍການ ຜູ້ບໍລິຫານການສຶກສາ ເຊິ່ງຄິດວ່າຕ້ອງລວມເຖິງການຍົກລະດັບການສຶກສາຄູຢ່າງຕໍ່ເນື່ອງ ເພາະການສ້າງຄູໃຫ້ເກ່ງ ແລະ ມີວຸດທິການສຶກສາສູງນັ້ນແມ່ນເພື່ອສ້າງຂະບວນການສຶກສາໃຫ້ມີຄຸນນະພາບສູງ ເປັນເງົາຕາມໂຕ ສຳລັບແຜນພັດທະນາຂະແໜງສຶກສາ ແລະ ກີລາ (2021-2025) ໄດ້ກຳນົດເອົາໄວ້ຫຼາຍຈຸດກ່ຽວກັບການພັດທະນາຄູ ເຊັ່ນໃນໜ້າ 135 ໄດ້ຊີ້ບອກວ່າ: ຄູສອນຈຳເປັນຕ້ອງມີຄວາມຮູ້ດ້ານວິຊາການທີ່ເລິກເຊິ່ງ ຕ້ອງຮັບປະກັນວ່າຄູໄດ້ສອນຕາມວິຊາການຂອງເຂົາເຈົ້າ…
ສັງລວມວ່າ: ການສ້າງຄູເພື່ອສ້າງຄົນຕ້ອງຮັບປະກັນວ່າ ຄູເອງຕ້ອງເປັນຜູ້ມີຈັນຍາບັນສູງຕໍ່ອາຊີບຂະແໜງສຶກສາບາງໜ່ວຍງານຫຼີກເວັ້ນຫາຂໍ້ອ້າງ ມ່ວນຊື່ນ ຊຸມແຊວ ຍົກຈອກ ຕີບູນ ຈົນມຶນເມົາ ແລ້ວອ້າງວ່າເພື່ອຄວາມສາມັກຄີ ສັງເກດວ່າເວລາຍົກຈອກຈົນມຶນເມົາເວົ້າກັນຈົນບໍ່ຮູ້ເລື່ອງ ປາກົດການຫຍໍ້ທໍ້ແອບແຝງອາດເກີດຂຶ້ນ ໄດ້ໃນບາງຂະແໜງການສະເໜີເປັນການແລກປ່ຽນນໍ !.
ໂດຍ: ດັ້ນກີບເມກ