ນັກສຶກສາສະຖາບັນຍຸຕິທໍາແຫ່ງຊາດໄດ້ຮັບທຶນການສຶກສາຫຼັກສູດກໍ່ສ້າງວິຊາຊີບ

    ພິທີມອບ-ຮັບທຶນການສຶກສາກົດໝາຍ ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ ພະນັກງານໄອຍະການ ແລະ ທະນາຍຄວາມ ຈັດຂຶ້ນວັນທີ 15 ທັນວາ 2020 ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໂດຍການມອບຂອງທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ມີພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ. 

    ທຶນການສຶກສາດັ່ງກ່າວ ແມ່ນມອບໃຫ້ແກ່ນັກສຶກສາກົດໝາຍເພດຍິງ 18 ຄົນ ເພື່ອສຶກສາຕໍ່ຫຼັກສູດເຝິກອົບຮົມວິຊາຊີບ 1 ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ເຊິ່ງເປັນໜຶ່ງໃນຂໍ້ກໍານົດສໍາລັບຜູ້ທີ່ຈົບການສຶກສາກົດໝາຍທີ່ຕ້ອງການເປັນຜູ້ພິພາກສາ ທະນາຍຄວາມ ແລະ ພະນັກງານໄອຍະການ ແນໃສ່ຊຸກຍູ້ໃຫ້ນັກສຶກສາເພດຍິງທີ່ຮຽນຈົບກົດໝາຍສືບຕໍ່ປະກອບອາຊີບນີ້ຫຼາຍຂຶ້ນ ພ້ອມທັງເປັນການເພີ່ມຈໍານວນແມ່ຍິງທີ່ເຮັດວຽກຢູ່ໃນຂົງເຂດວິຊາຊີບນີ້ ພ້ອມນັ້ນ ທຶນການສຶກສາດັ່ງກ່າວ ຍັງເປັນສ່ວນໜຶ່ງໃນກິດຈະກໍາພາຍໃຕ້ແຜນງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ໄດ້ຮັບທຶນໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຊ່ວຍພັດທະນາເປົ້າໝາຍຂອງ ສປປ ລາວ ທີ່ໄດ້ກໍານົດໄວ້ໃນແຜນແມ່ບົດການສ້າງລັດແຫ່ງກົດໝາຍ ເພື່ອກາຍເປັນລັດທີ່ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ນອກນີ້ ສະຫາລັດອາເມຣິກາຍັງໄດ້ຮ່ວມມືກັບ ສປປ ລາວ ໃນຫຼາຍຂົງເຂດ ເພື່ອຍົກລະດັບດ້ານສຸຂະພາບ ແລະ ໂພຊະນາການ ສ້າງເງື່ອນໄຂທາງດ້ານການຄ້າ ການລົງທຶນ ຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ ແລະ ຕ້ານອາຊະຍາກໍາຂ້າມຊາດ.

                           # ຂ່າວ & ພາບ : ຂັນທະວີ

error: Content is protected !!