ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ ຮ່ວມກັບກຸ່ມບໍລິສັດ ນິວຈິບເຊັງ ຈຳກັດ ຈັດໂຄງການສົ່ງເສີມຄວາມປອດໄພໃນການຂັບຂີ່ລົດຈັກ “ໄຟທ້າຍດັບ=ຊີວິດສ່ຽງ” ຂຶ້ນວັນທີ 15 ທັນວາ 2020 ຢູ່ສູນຮອນດາ ສາຂາວັດໄຕ ນະຄອນຫຼວງວຽງຈັນ.

ທ່ານ ສົມມິດ ຊ່ວຍນຸສົນ ອຳນວຍການຝ່າຍຂາຍສິນເຊື່ອຍານພາຫະນະ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ ກ່າວວ່າ: ປີ 2019 ມີອຸບັດເຫດເກີດ 6.616 ລາຍ ພາຫະນະເປ່ເພ 11.642 ຄັນ ຄົນໄດ້ຮັບບາດເຈັບ 10.644 ຄົນ ເສຍຊິວິດ 1.134 ຄົນ ສະເພາະເດືອນມັງກອນ-ກັນຍາ2020 ມີອຸບັດເຫດເກີດຂຶ້ນ 4.795 ລາຍ ພາຫະນະເປ່ເພ 8.504 ຄັນ ຄົນໄດ້ຮັບບາດເຈັບ 6.954 ຄົນ ເສຍຊິວິດ 745 ຄົນ ສາເຫດສ່ວນໃຫຍ່ເນື່ອງຈາກການເມົາແລ້ວຂັບ ຂັບດ້ວຍຄວາມໄວເກີນ ຫຼື ໄຟໜ້າ ແລະ ໄຟທ້າຍລົດເພ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ ຈຶ່ງເລັງເຫັນຄວາມສຳຄັນຂອງການປ້ອງກັນອຸບັດເຫດ ແລະ ໄດ້ຮ່ວມກັບກຸ່ມບໍລິສັດ ນິວຈິບເຊັງ ຈຳກັດ ຈັດໂຄງການສົ່ງເສີມຄວາມປອດໄພໃນການຂັບຂີ່ລົດຈັກຂຶ້ນ ດ້ວຍການປ່ຽນຕາໄຟລົດຈັກ Wave 100 Wave 110 (ໄຟໜ້າ-ໄຟທ້າຍ) 300 ຄັນ ໂດຍບໍ່ໄດ້ເສຍຄ່າ ຢູ່ສູນຮອນດາສາຂາວັດໄຕ ແຕ່ວັນທີ 15-25 ທັນວາ 2020.




# ຂ່າວ & ພາບ: ສະບາໄພ