ການລະບາດຂອງ Covid-19 ໄດ້ກະທົບໃສ່ທຸກຂະແໜງການ ທີ່ລວມເຖິງຂະແໜງການທ່ອງທ່ຽວ ຈົນເຮັດໃຫ້ສະພາບການທ່ອງທ່ຽວໃນຫຼາຍໆປະເທດງຽບເຫງົາແກ່ຍາວເກືອບປີ ຫຼາຍກິດຈະກຳທາງດ້ານການທ່ອງທ່ຽວໄດ້ຖືກຍົກເລີກຈາກສະພາບການດັ່ງກ່າວ ເຮັດໃຫ້ຫຼາຍປະເທດເລັ່ງຊອກຫານະໂຍບາຍ ວິທີການຕ່າງໆ ເພື່ອແກ້ໄຂ ແລະ ປັບຕົວເຮັດໃຫ້ການທ່ອງທ່ຽວໃຫ້ສອດຄ່ອງກັບສະເພາະຄວາມເປັນຈິງ ເຊັ່ນ: ການສົ່ງເສີມການທ່ອງທ່ຽວພາຍໃນ ພ້ອມນັ້ນຍັງຫັນໄປໃສ່ການຈັດກິດຈະກຳຕ່າງໆຜ່ານລະບົບອອນລາຍ ບໍ່ວ່າຈະເປັນກອງປະຊຸມລະດັບພາກພື້ນລະດັບວິຊາການ ແລະ ອື່ນໆ.
ມາເລເຊຍ ຖືໄດ້ວ່າເປັນປາຍທາງຂອງນັກທ່ອງທ່ຽວຈາກທຸກ ສາລະທິດໃນທົ່ວໂລກ ເມື່ອພົບກັບ ສະພາບການລະບາດຂອງພະຍາດດັ່ງກ່າວ ກໍເຮັດໃຫ້ການທ່ອງທ່ຽວໃນມາເລເຊຍບໍ່ຄຶກຄື້ນຄືກັບເມື່ອກ່ອນ ເຮັດໃຫ້ລັດຖະບານ ກໍຄື ອົງການທ່ອງທ່ຽວມາເລເຊຍ ຊອກຫາທຸກວິທີທາງໃນການສົ່ງເສີມການທ່ອງທ່ຽວ ເພື່ອແນໃສ່ຟື້ນຟູກັນທ່ອງທ່ຽວ ເຊິ່ງໃນມໍ່ໆຜ່ານມາ ອົງການທ່ອງທ່ຽວມາເລຍເຊຍ ໄດ້ຈັດກິດຈະກຳ Malaysia Truly Asia ASEAN Virtual Hunt 2020 ກັບສື່ມວນຊົນບັນດາປະເທດພາກພື້ນ ເພື່ອສົ່ງເສີມການທ່ອງທ່ຽວ.
ທ່ານ ຊູລກິຟລີ (Zulkifly Md) ຜູ້ອຳນວຍການອົງການ ທ່ອງທ່ຽວມາເລເຊຍ ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນວິທີທາງໃນການສົ່ງເສີມການທ່ອງທ່ຽວ ພ້ອມທັງເປັນການຮັກສາໄວ້ຕຳແໜ່ງປະເທດທີ່ເປັນປາຍທາງຍອດນິຍົມຂອງບັນດານັກທ່ອງທ່ຽວ ໃນສະພາບການທີ່ມີການ ລະບາດຂອງ Covid-19 ກິດຈະກຳຄັ້ງນີ້ຈັດຂຶ້ນສຳລັບທົບທວນປະສົບການຂອງຜູ້ທີ່ເຄີຍເດີນ ທາງໄປທ່ອງທ່ຽວ ແລະ ມີຄວາມຄິດຮອດການເດີນທາງໄປທ່ອງທ່ຽວມາເລເຊຍ ເຊິ່ງພວກເຮົາ ຕ້ອງໄດ້ທຳໃຈຕໍ່ການລະບາດ ຂອງພະຍາດດັ່ງກ່າວທີ່ກະທົບຕໍ່ ການເດີນທາງ ແຕ່ກິດຈະກຳດັ່ງ ກ່າວໄດ້ເຮັດໃຫ້ບັນດາຜູ້ເຂົ້າຮ່ວມ ມີຄວາມຮູ້ສຶກຄືກັບໄດ້ເດີນທາງ ໄປສຳຜັດປະເທດມາເລເຊຍດ້ວຍ ຕົນເອງ ຈາກການຄົ້ນຫາສະ ຖານທີ່ຕ່າງໆ.
ທ່ານຜູ້ອຳນວຍການອົງການທ່ອງທ່ຽວມາເລເຊຍ ກ່າວຕື່ມ ວ່າ: ພວກເຮົາມີຄວາມພ້ອມໃນ ການຕ້ອນຮັບບັນດານັກທ່ອງທ່ຽວ ເພື່ອໄປສຳຜັດກັບຄວາມຫຼາກຫຼາຍ ແລະ ຄວາມເປັນເອກະ ລັກຂອງມາເລເຊຍ ພາຍຫຼັງທີ່ມີການເປີດໃຫ້ນັກທ່ອງທ່ຽວສາມາດເດີນທາງເຂົ້າ-ອອກດ່ານຊາຍແດນຄືນໃໝ່.
ກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອ ເປັນການສ້າງສາຍພົວພັນລະຫວ່າງສື່ 30 ທີມ ຈາກ 9 ປະເທດ ຮ່ວມສຳຜັດປະສົບການແບບດີຈີຕອນ ເພື່ອຊອກຫາສະຖານທີ່ທົ່ວປະເທດມາເລເຊຍ ເຊິ່ງການແຂ່ງຂັນຄັ້ງນີ້ມີລາງວັນລວມມູນຄ່າ ເຖິງ 1.000 ໂດລາສະຫະລັດ ສ່ວນການແຂ່ງຂັນຜູ້ເຂົ້າຮ່ວມແມ່ນໄດ້ຊອກຫາສະຖານທີ່ຜ່ານທາງອິນເຕີເນັດ ໂດຍການໃຊ້ google map ໃຫ້ຖືກຕ້ອງຕາມທາງຜູ້ຈັດງານໄດ້ກຳນົດໄວ້.

ສຳລັບສື່ມວນຊົນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນຄັ້ງ ນີ້ ມີ 2 ທີມ ຈາກໂທລະພາບແຫ່ງຊາດ ລາວ ແລະ ໜັງສືພິມວຽງຈັນໃໝ່ ໂດຍສະຖານທີ່ຈັດການແຂ່ງຂັນແມ່ນຢູ່ສະຖານເອກອັກຄະລັດຖະທູດແຫ່ງປະເທດມາເລເຊຍ ປະຈຳ ສປປ ລາວ ໂດຍມີ ທ່ານນາງຣາຟິກາ (Rafiqa Hazura Md Ridzuan) ອັກຄະລັດຖະທູດທີ່ປຶກສາແຫ່ງມາເລ ເຊຍ ປະຈຳ ສປປ ລາວ ແລະ ຕາງໜ້າອົງການທ່ອງທ່ຽວມາເລເຊຍ ປະຈຳ ສປປ ລາວ ເຂົ້າຮ່ວມ.

ສ່ວນຜົນຂອງການແຂ່ງຂັນອັນດັບໜຶ່ງເປັນຂອງທີມ Twin Tower ແລະ Berjaya ສື່ມວນຊົນຈາກປະເທດ ອິນໂດເນເຊຍ ສ່ວນທີ່ 3 ແມ່ນທີມສື່ມວນຊົນຈາກ ຟີລິບປິນ ໄດ້ຮັບລາງວັນ ມູນຄ່າ 500-300-200 ໂດລາສະຫະລັດ ຕາມລຳດັບ.
ໂດຍ: ສ.ແສງງາມ