ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ (ສຄ) ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນພິທີຖະແຫຼງຂ່າວ ແນວຄວາມຄິດລິເລີ່ມ Plaosme 2.0 ເພຶ່ອການສົ່ງເສີມຫົວໜ່ວຍທຸລະກິດ ແລະ ການຄ້າທາງເອເລັກໂຕຣນິກເພື່ອສະໜັບສະໜູນ SMEs ຂອງລາວ ໃນວັນທີ 14 ທັນວາ 2020 ທີ່ສະພາການຄ້າ ແລະ ອຸດສາຫະ ກຳແຫຼ່ງຊາດລາວວ່າ: ເພື່ອເຜີຍແຜ່ຂໍ້ມູນໃຫ້ແກ່ຜູ້ປະກອບການທຸລະກິດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການຄ້າຜ່ານເຄື່ອງເອເລັກໂຕຣນິກໃນເວັບໄຊ www.plaosme.com ສົ່ງເສີມການຊື້-ຂາຍສິນຄ້າລາວ ຜ່ານທາງ E-Commerce ໂດຍສະເພາະ ເວັບໄຊ www.plaosme.com ໃຫ້ເປັນເວັບໄຊຊື້-ຂາຍທາງອອນລາຍລະດັບຊາດ ເພີ່ມຊ່ອງທາງໃນການຊຳລະເງິນຜ່ານລະບົບເວັບໄຊ www.plaosme.com ໂດຍຜ່ານທາງອອນລາຍ (Payment Gateway) ລະບົບການຄຸ້ມຄອງການຂົນສົ່ງສິນຄ້າ (Logistics) ແລະ ການແນະນຳການຊື້ຂາຍສິນຄ້າລາວ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບລະບົບການຄ້າຜ່ານທາງເອເລັກໂຕຣນິກຂອງເວັບໄຊ www.plaosme.com ແລະ ການກຳນົດພາລະບົດບາດ ຄວາມຮັບຜິດຊອບຂອງບັນດາກະຊວງທີ່ກ່ຽວຂ້ອງ ລວມໄປເຖິງຂະແໜງການສຶກສາ ພາກທຸລະກິດ ແລະ ສ້າງເປັນແຜນການກຳນົດໂຄງການສົ່ງເສີມ ການຄ້າເອເລັກໂຕຣນິກ ໃຫ້ສາມາດຈັບບາຍໄດ້.


# ຂ່າວ & ພາບ: ອົ່ນ ໄຟສົມທອງ