ຖອດໂຄສະນາສິນຄ້າກ່ຽວກັບປືນ ອອກຈາກເວທີກູເກິລ-ອາເມຊອນ

ກູ​ເກິ​ລ ແລະ ອາ​ເມ​ຊອນ ຖອດ​ລາຍ ການ​ສິນ­ຄ້າ​ກ່ຽວ​ກັບ​ປືນ​ທັງ​ໝົດ​ອອກ​ຈາກ ຖານ​ຂອງ​ບໍ­ລິ­ສັດ ເນື່ອງ​ຈາກ​ຂັດ​ຕໍ່​ນະ​ໂຍບາຍ​ຂອງ​ອົງ​ກອນ ແລະ ເປັນ​ມາດ​ຕະ­ການ​ຕໍ່​ເນື່ອງ​ຫຼັງ​ຈາກ​ເຫດ​ຖືກ​ຍິງ 2 ຄັ້ງ​ໃນ​ສະ­ຫະ­ລັດ ທີ່​ຂ້າ​ຊີ­ວິດ​ກວ່າ 30 ຄົນ ເມື່ອ​ບໍ່​ດົນ​ມາ​ນີ້.

ການ­ເຄື່ອນ­ໄຫວ​ຂອງ​ກູ​ເກິ​ລ ແລະ ອາ​ເມ ຊອນ ມີ​ຂຶ້ນ​ຫຼັງ​ຈາກ​ໜັງ­ສື­ພິມ The Washington Post ລາຍ​ງານ​ວ່າ ພົບ​ສິນ­ຄ້າ​ທີ່​ກ່ຽວ­ຂ້ອງ​ກັບ​ປືນ​ວາງ​ຂາຍ​ຢູ່​ເທິງ​ຖານ​ຊື້-ຂາຍ​ອອນ​ລາຍ ຂອງ​ທັງ 2 ບໍ­ລິ­ສັດ.

ເຊິ່ງ​ທັງ​ອາ​ເມ​ຊອນ ແລະ ກູ​ເກິ​ລ ເປີດ ເຜີຍ​ວ່າ ໄດ້​ຈັດ­ການ​ກັບ​ລາຍ­ການ​ສິນ­ຄ້າ​ດັ່ງ ກ່າວ​ແລ້ວ ແລະ ຈະ​ຄວບ​ຄຸມ​ບໍ່​ໃຫ້​ເກີດ​ເຫດ ການ​ເຊັ່ນ​ນີ້​ອີກ ພ້ອມ​ຢືນ­ຢັນ​ວ່າ ບັນ­ຊີ​ຜູ້​ຂາຍ ສິນ­ຄ້າ​ທຸກ​ບັນ­ຊີ​ຈະ​ຕ້ອງ​ປະ­ຕິ­ບັດ​ຕາມ​ແນວ ທາງ​ປະ­ຕິ­ບັດ ບໍ່​ເຊັ່ນ​ນັ້ນ ຕ້ອງ​ໄດ້​ຮັບ​ບົດ​ລົງ ໂທດ ເຊິ່ງ​ລວມ​ເຖິງ​ການ​ປິດ​ບັນ­ຊີ​ຂາຍ​ສິນ ຄ້າ​ດັ່ງ­ກ່າວ​ດ້ວຍ ຢ່າງ­ໃດ​ກໍ​ຕາມ ທັງ 2 ບໍ​ລິ ສັດ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ວ່າ​ມີ​ການ​ສັ່ງ​ຫ້າມ​ຜູ້ ຂາຍ​ສິນ­ຄ້າ​ອາ­ວຸດ​ທຸກ​ກຸ່ມ ຫຼື ບໍ່.

ທີ່​ຜ່ານ​ມາ ກູ​ເກິ​ລ ເລີ່ມ​ຕົ້ນ​ນະ­ໂຍ­ບາຍ ຫ້າມ​ຈຳ­ໜ່າຍ​ສິນ­ຄ້າ​ທີ່​ກ່ຽວ­ຂ້ອງ​ກັບ​ອາ ວຸດ​ປືນ​ເທິງ Google Shopping ຕັ້ງ­ແຕ່​ປີ 2012 ແຕ່​ອະ­ນຸ­ຍາດ​ໃຫ້​ຈຳ­ໜ່າຍ​ອຸ­ປະ­ກອນ ເພີ່ມ​ຄວາມ​ປອດ​ໄພ​ກັບ​ອາ­ວຸດ​ປືນ​ໄດ້ ສ່ວນ ອາ​ເມ​ຊອນ ມີ​ກົດ​ຫ້າມ​ຈຳ­ໜ່າຍ​ອາ­ວຸດ​ປືນ ແລະ ອຸ­ປະ­ກອນ​ທີ່​ກ່ຽວ­ຂ້ອງ ແຕ່​ຍັງ​ອະ­ນຸ ຍາດ​ໃຫ້​ຈຳ­ໜ່າຍ​ສິນ­ຄ້າ​ບາງ​ຢ່າງ ເຊັ່ນ ແວ່ນ ເບິ່ງ​ກາງ­ຄືນ​ແບບ​ແສງ​ອິນ​ຟາ​ເຣດ ເລ​ເຊີ​ຕິດ ປືນ.

ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ ຕົກ​ເປັນ​ເປົ້າ​ຕິດ­ຕາມ​ເລື່ອງ​ການ­ຈຳ­ໜ່າຍ​ສິນ­ຄ້າ​ທີ່​ກ່ຽວ­ຂ້ອງ​ກັບ​ອາ­ວຸດ​ປືນ ໂດຍ​ເມື່ອ​ປີ 2016 ຜູ້​ສື່​ຂ່າວ​ຈາກ Buzzfeed ຈຳ­ໜ່າຍ ປືນ​ເທິງ​ສື່​ສັງ­ຄົມ​ອອນ​ລາຍ​ເຟ​ສ​ບຸ໊ກ ເຊິ່ງ​ຂັດຕໍ່​ນະ­ໂຍ­ບາຍ​ຂອງ​ບໍ­ລິ­ສັດ ຂະ­ນະ​ທີ່​ອຸ­ປະ­ກອນກ່ຽວ​ກັບ​ປືນ​ນັ້ນ​ ຍັງ​ນຳ­ໄປ​ວາງ​ຈຳ­ໜ່າຍ​ເທິງເວັບ​ໄຊ​ຂາຍ​ສິນ­ຄ້າ​ຈຳ­ພວກ​ວຽກ​ງານ​ຝີ​ມື Etsy ມາ​ແລ້ວ​ດ້ວຍ.

error: Content is protected !!