ສົ້ນຕີນແຕກ ເປັນພາວະທີ່ເຮັດ ໃຫ້ຄົນສ່ວນຫຼາຍຫຼີກລ່ຽງບໍ່ໄດ້ ເຊິ່ງສາເຫດຂອງການເກີດສົ້ນຕີນແຕກກໍມາຈາກຫຼາກຫຼາຍສາເຫດດ້ວຍກັນ ໃນໄລຍະເລີ່ມທຳອິດຂອງອາການສົ້ນຕີນແຕກ ຈະເລີ່ມຈາກບວມແຕກ ຫຼື ການອັກເສບ ຫາກທ່ານປະໄວ້ຈະເຮັດໃຫ້ຝາຕີນ ເລີ່ມໜາຂຶ້ນ ແລະ ແຕກເປັນຮອຍນ້ອຍໆ ແລະ ປະໄວ້ດົນໆ ບໍ່ຫາທາງແກ້ໄຂ ໜັງກຳພ້າກໍແຕກ ເປັນຮ່ອງເລິກບໍລິເວນສົ້ນຕີນໄດ້.
ໃນກໍລະນີທີ່ສົ້ນຕີນແຕກຕິດກັນເປັນເວລາດົນໆ ອາດເຮັດໃຫ້ມີເຊື້ອແບັດທີເຣຍເຂົ້າໄປສະສົມໄດ້ ດົນໄປຖ້າເປັນຫຼາຍໆ ສົ້ນຕີນທີ່ແຕກອາດມີເລືອດ ໄຫຼຊຶມອອກມາ ແລະ ມີອາການເຈັບແສບຈົນຍ່າງ ຊິບໍ່ໄຫວ ແລະ ອາດເຖິງຂັ້ນຮ້າຍແຮງຈົນເກີດເຊື້ອລາໄດ້
ສຳຫຼັບໃຜທີ່ກຳລັງປະສົບບັນຫາເຫຼົ່ານີ້ຢູ່ ຢ່າປະໄວ້ດົນຈົນກາຍເປັນບັນຫາໃຫຍ່ ແລະ ທາງທີ່ດີ ທ່ານຄວນຫາວິທີແກ້ໄຂແຕ່ທຳອິດຈະດີກວ່າ ແລະ ໝັ່ນບຳລຸງສົ້ນຕີນຢູ່ສະເໝີ ເພື່ອຄວາມສວຍງາມ ຂອງສົ້ນຕີນທີ່ຈະຢູ່ກັບທ່ານຕະຫຼອດໄປ.
ສາວໆຄົນໃດທີ່ມີບັນຫາສົ້ນຕີນແຕກ ໃສ່ເກີບເປີດ ສົ້ນກໍບໍ່ງາມ ຍ່າງຕີນເປົ່າກໍເກາະມຸ້ງເກາະພົມໜ້າ ລຳຄານ ເຖິງແມ່ນອາການສົ້ນຕີນແຕກຈະບໍ່ມີ ອັນຕະລາຍຫຍັງ ແຕ່ກໍເຮັດໃຫ້ໝົດຄວາມໝັ້ນໃຈ ແລະ ເປັນບັນຫາດ້ານຄວາມສວຍງາມຂອງສາວໆໄດ້ ມາເບິ່ງວິທີ່ແກ້ດັ່ງລຸ່ມນີ້ເລີຍ.
ສ່ວນປະສົມທີ່ຕ້ອງມີ:
– ນ້ຳຕານຊາຍຂາວ 2 ບ່ວງ.
– ນ້ຳມັນໝາກກອກ ຫຼື ເບບີ້ອອຍກໍໄດ້ 1/2 ບ່ວງ.
ວິທີເຮັດ:
– ນຳນ້ຳຕານຊາຍຂາວ ແລະ ນ້ຳມັນທີ່ກຽມໄວ້ ປະສົມເຂົ້າກັນ.
– ເອົາມາຂັດບໍລິເວນທີ່ເກີດບັນຫາ ສົ້ນຕີນແຕກ ປະມານ 10-15 ນາທີ ແລ້ວລ້າງອອກ ເຮັດແບບນີ້ເປັນປະຈຳອາທິດລະ 2-3 ຄັ້ງ.
– ນ້ຳຕານຊາຍ ຈະຊ່ວຍໃຫ້ຜີວທີ່ຫຼຸດລອກ ຫຼຸດອອກ ມາໄດ້ງ່າຍ ນອກຈາກນີ້ ເກັດຂອງນ້ຳຕານຊາຍ ຍັງມີຄວາມອ່ອນໂຍນບໍ່ທຳຮ້າຍຜີວ.
– ສ່ວນນ້ຳມັນໝາກກອກ ຫຼື ເບບີ້ອອຍ ຈະຊ່ວຍບຳລຸງໃຫ້ຜີວມີຄວາມຊຸມຊື້ນ ຜິວໜັງທີ່ເກີດຂື້ນໃໝ່ຈະມີຄວາມແຂງແຮງ ບໍ່ແຫ້ງແຕກອີກ.
ວ. ດາລາວົງ – ນຳສະເໜີ