ຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ ຕີລາຄາວຽກງານ 1 ປີຜ່ານມາ

    ກອງປະຊຸມໃຫຍ່ສາມັນ ຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ (ຄອລ) ປະຈຳປີ 2020 ຈັດຂຶ້ນວັນທີ 14 ທັນວາ 2020 ຢູ່ຫ້ອງການ ຄອລ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ພ້ອມຄະນະປະທານ ຄອລ ປະທານຄະນະບໍລິຫານງານສະຫະພັນກີລາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບການເຄື່ອນໄຫວປະຈໍາປີ 2020 ແລະ ແຜນການເຄື່ອນໄຫວປະຈໍາປີ 2021 ສະເໜີບາງຄໍາຖາມເຈາະຈີ້ມ ເພື່ອການບໍລິຫານ ແລະ ການພັດທະນາກີລາລາວໃນຕໍ່ໜ້າ ໄລຍະໂຄວິດ-19 ລາຍງານວຽກການຮ່ວມມືກັບກອງທຶນໂອແລມປິກສາກົນ (OS) ຂອງປີ 2020 ການຈັດຕັ້ງປະຕິບັດວຽກການເງິນ ຄອລ ການເຄື່ອນໄຫວກິລາລະດັບສູງ ທີ່ຕິດພັນກັບຂະບວນການໂອແລມປິກ 2020 ແລະ ແຜນການກະກຽມເຂົ້າຮ່ວມຊີເກມ ຄັ້ງທີ 31 ທີ່ ສສ.ຫວຽດນາມ ການເຄື່ອນໄຫວກີລາມະຫາວິທະຍາໄລຢູ່ພາຍໃນ ແລະ ການກະກຽມນັກກີລາມະຫາວິທະຍາໄລລາວ ເຂົ້າຮ່ວມກີລາມະຫາວິທະຍາໄລອາຊຽນ ທີ່ແຂວງອຸບົນຣາຊະທານີ ປະເທດໄທ ການເຄື່ອນໄຫວກີລາຄົນພິການ ວຽກການແພດກີລາຕໍ່ຂະບວນກີລາລາວ ວຽກກອງທຶນ ຄອລ ເພື່ອສົ່ງເສີມກີລາສູ່ໂອແລມປິກເກມ ລາຍການການເຄື່ອນໄຫວວຽກງານຂອງຫ້ອງການ Lao NADO ການເຄື່ອນໄຫວວຽກງານວັດທະນະທໍາ ການສຶກສາໃນຂະບວນການກີລາ ພ້ອມການລາຍງານຜົນສໍາເລັດທີ່ພົ້ນເດັ່ນຂອງບາງສະຫະພັນກີລາແຫ່ງຊາດໃນການຈັດຕັ້ງປະຕິບັດ ປີ 2020.

                           # ຂ່າວ & ພາບ : ຊິລິການດາ

error: Content is protected !!