ແຂວງຈຳປາສັກ ປັບປຸງກົງຈັກການຈັດຕັ້ງໃໝ່​

    ວັນທີ  3 ເມສາ 2020  ນີ້ ແຂວງຈຳປາສັກ  ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ  ອອກພັກການ-ຮັບອຸດໜູນບໍານານ ຄື: 

1. ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ.

2. ສະຫາຍ​ ສົມສະໜິດ​ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 

3. ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​. 

4. ສະຫາຍ​ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ. 

5. ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ. 

6. ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ. 

    ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: 

    ແຕ່ງຕັ້ງສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ. 

    ແຕ່ງຕັ້ງສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳພັກແຂວງຈຳປາສັກ.​ 

    ພິທີຈັດຂຶ້ນຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ​ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ   ຜູ້ປະຈຳການຄະນະເລຂາທິການສູນກາງພັກ ມີຮອງລັດຖະມົນຕີ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍການນໍາແຂວງ ການນຳພະແນກການ ກົມກອງອ້ອມຂ້າງແຂວງ ການນໍາ 9 ເມືອງ​ 1  ນະຄອນ ແລະ ການນໍາຈາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!