ການຄ້າຫາດຊາຍຟອງ ເອົາໃຈໃສ່ຕິດຕາມລາຄາສິນຄ້າ ໄລຍະການລະບາດເຊື້ອພະຍາດ COVID-19

    ວັນທີ 2 ເມສາ 2020 ທ່ານ ສົມໝາຍ ອຸ່ນສີດາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເອົາໃຈໃສ່ລົງຊຸກຍູ້ເຄື່ອນໄຫວຕິດຕາມ ການຊື້-ຂາຍສີນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະຢູ່ຕະຫຼາດບ້ານດົງຄຳຊ້າງ ຫຼັງຈາກທີ່ພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບການແຜ່ລະບາດຂອງເຊື້ອພະຍາດ COVID-19 ເຊິ່ງເຮັດໃຫ້ລາຄາສີນຄ້າປະເພດເຄື່ອງບໍລິໂພກ ແລະອຸປະໂພກໃນໄລຍະນີ້ ມີການຜັນແປຕາມກົນໄກຕະຫຼາດເລັກໜ້ອຍ ຍ້ອນການລະບາດຂອງພະຍາດດັ່ງກ່າວ ແລະ ຫຼາຍຮ້ານຄ້າທີ່ຂາຍຍົກ ແລະ ຍ່ອຍພາຍໃນເມືອງກໍໄດ້ມີການປິດລົງ ສ່ວນຮ້ານທີ່ຍັງເປີດໃຫ້ບໍລິການ ກໍມີການປັບປ່ຽນລາຄາສີນຄ້າຕາມຄວາມເໝາະສົມຂອງສະພາບເສດຖະກິດ ໂດຍສະເພາະປະເພດສີນຄ້າທີ່ໃດຮັບມາໃນລາຄາທີ່ສູງ ຢ່າງໃດກໍຕາມ ໂດຍລວມແລ້ວເຫັນວ່າສະພາບການຊື້-ຂາຍສີນຄ້າຢູ່ໃນເມືອງຫາດຊາຍຟອງ ແມ່ນຢູ່ໃນສະພາບເກນປົກກະຕິ. 

    ທ່ານ​ ສົມ​ໝາຍ​ ອຸ່ນສີດາ ໃຫ້ຮູ້ວ່າ: ເພື່ອຮັບມືໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19  ຫ້ອງການອຸດສາຫະກຳ ແລະການຄ້າເມືອງຫາດຊາຍຟອງ ແມ່ນໄດ້ຈັດຕັ້ງປະຕິບັດເອົາໃຈໃສ່ຕໍ່ແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍສະເພາະແມ່ນລົງຊຸກຍູ້ ແລະ ຕິດຕາມໃຫ້ທຸກຫົວໜ່ວຍທຸລະກິດພາຍໃນເມືອງ ໃຫ້ຮ່ວມມືໃນການປະຕິບັດ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດດັ່ງກ່າວ ໂດຍໃຫ້ມີການຕິດຕາມຂໍ້ມູນຂ່າວສານ ແລະ ການແຈ້ງເຕືອນຈາກຄະນະສະເພາະກິດ ແລະພາກສ່ວນທີ່ກ່ຽວຂ້ອງ ຄຽງຄູ່ກັນນີ້ ກໍໄດ້ລົງຊຸກຍູ້ຫົວໜ່ວຍທຸລະກິດຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຕາມລຳພັງໃຈ ຖ້າພາກສ່ວນທຸລະກິດໃດຫາກມີຄວາມຫຍຸ້ງຍາກ ຫຼື ມີຄວາມຈຳເປັນໃນການເຄື່ອນໄຫວດຳເນີນທຸລະກິດຂອງຕົນ ໃນໄລຍະການເຝົ້າລະວັງເຊື້ອພະຍາດັ່ງກ່າວ ແມ່ນໃຫ້ສະເໜີມາຍັງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເພື່ອຄົ້ນຄ້ວານຳສະເໜີ ແລະ ພິຈາລະນາແກ້ໄຂຕາມລະບຽບການ.


error: Content is protected !!