ລາຍງານສະພາບຜົນການວັດແທກຝຸ່ນລະອອງຂະໜາດນ້ອຍກວ່າ 2,5 ໄມຄຣອນ (PM 2,5) ປະຈໍາ ວັນທີ 03 ເມສາ 2020​

    ຈາກຂໍ້ມູນ 5 ສະ​ຖາ​ນີ​ວັດ​ແທກຝຸ່ນລະອອງ PM 2,5 ຂອງ ສະຖາບັນຄົ້ນຄວ້າ ແລະ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສະແດງໃຫ້ເຫັນວ່າ: ບ້ານອາກາດ (ກົມອຸຕຸນິຍົມ ແລະ ອຸທົກກະສາດ) ຄ່າທີ່ວັດແທກສະເລ່ຍແມ່ນ 37,9 µg/m3, ບ້ານ ຊຽງຍືນ (ສວນເຈົ້າອານຸວົງ) ຄ່າທີ່ວັດແທກສະເລ່ຍແມ່ນ 39,6 µg/m3, ບ້ານໂນນສະອາດ (ດົງໝາກຄາຍ) ຄ່າທີ່ວັດແທກສະເລ່ຍແມ່ນ 43,1 µg/m3 , ບ້ານ ໂນນທອງ (ອຸດສາຫະກໍາ ຫຼັກ 21) ຄ່າທີ່ວັດແທກສະເລ່ຍແມ່ນ 38,9 µg/m3 ແລະ ບ້ານ ພູຊ້າງຄໍາ (ສະໜາມບິນຫຼວງພະບາງ) ຄ່າທີ່ວັດແທກສະເລ່ຍແມ່ນ 190,2 µg/m3. ຊຶ່ງສະແດງໃຫ້ເຫັນວ່າ: ຄ່າຄວາມເຂັ້ມຂຸ້ນຂອງ ສະຖານີ ບ້ານ ພູຊ້າງຄໍາ (ສະໜາມບິນຫຼວງພະບາງ) ແມ່ນ ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ລະບຸໄວ້ (PM2,5 = 50 µg/m3/24h). ໃນການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຂອງທັງ 5 ສະຖານີມີຄືດັ່ງລຸຸ່ມນີ້:


error: Content is protected !!