ສອງພາກສ່ວນທຸລະກິດ ສົມທົບເຄື່ອງຊ່ວຍເຫຼືອໂຄງການໂຮມໃຈ

    ບໍລິສັດລາວ ອິນເຕີເທຣດ ຈຳກັດ ແລະ ໂຮງງານນໍ້າດື່ມໂອວີ ໄດ້ປະກອບສ່ວນເຄື່ອງອຸປະໂພກ-ບໍລິໂພກເຂົ້າໃນໂຄງການໂຮມໃຈ ແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ເພື່ອໄປມອບໃຫ້ທະຫານ ແລະ ຊ່ວຍເຫຼືອປະຊາຊົນເຂດຫ່າງໄກສອກຫຼີກຢູ່ແຂວງໄຊສົມບູນ. 

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 14 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ນາງ ຈຳປາທອງ ທະລົງແສງຈັນ ປະທານບໍລິສັດ ລາວ ອິນເຕີເທຣດ ຈຳກັດ ແລະ ກ່າວຮັບໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ຄະນະປະທານທີ່ປຶກສາກິດຕິມະສັກ ໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳແລະ ນັກທຸລະກິດລາວ ພ້ອມດ້ວຍຄະນະ. 

    ສຳລັບເຄື່ອງທີ່ຊ່ວຍເຫຼືອຄັ້ງນີ້ ບໍລິສັດ ລາວ ອິນເຕີເທດ ມີໝູຝອຍ 5 ແກັດ ແລະ ໝີ່ສໍາເລັດຮູບ 20 ແກັດ ສ່ວນໂຮງງານນໍ້າດື່ມໂອວີ ມີນໍ້າດື່ມໂອວີຕຸກນ້ອຍ 40 ແພັກ ລວມມູນຄ່າທັງໝົດ 3.650.000 ກີບ

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!