Lao Skyway ຈະຄຸ້ມຄອງ ແລະ ສົ່ງເສີມທຸລະກິດຂົນສົ່ງທາງອາກາດ

    ງານພົບປະ ປີ 2020 ພາຍໃຕ້ຫົວຂໍ້ “ລາວ ສະກາຍເວ ຢາກໃຫ້ທຸກທ່ານໄດ້ບິນ” ຂອງບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ຈັດຂຶ້ນວັນທີ 11 ທັນວາ 2020 ຢູ່ສະໂມສອນລາວສະກາຍເວ ນະຄອນຫຼວງວຽງຈັນ ເປັນປະທານໂດຍທ່ານ ພັນເອກ ສີວຽງທອງ ກອນນິວົງ ຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ມີທ່ານ ສົມບູນ ອິນທະປະຖາ ຫົວໜ້າຫ້ອງການກະຊວງການເງິນ ຮອງປະທານສະພາບໍລິຫານບໍລິສັດລັດວິສາຫະກິດ ລາວເດີນອາກາດ ພ້ອມຜູ້ຕາງໜ້າຈາກອົງການຈັດຕັ້ງພາກລັດ ພາກທຸລະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. 

    ທ່ານ ພັນເອກ ສີວຽງທອງ ກອນນິວົງ ກ່າວວ່າ: ຈຸດປະສົງຫຼັກຂອງງານດັ່ງກ່າວນີ້ ແມ່ນເພື່ອເຊື່ອມໂຍງການບໍລິການການບິນຂອງບໍລິສັດ ລາວ ສະກາຍເວ (Lao Skyway) ກັບບໍລິສັດຂອງບັນດາທ່ານ ກ່ຽວກັບການບໍລິການໆບິນ ກັບການຈັດຕັ້ງພາກລັດເພື່ອຄຸ້ມຄອງ ສົ່ງເສີມທຸລະກິດຂົນສົ່ງທາງອາກາດ ໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ກົດໝາຍສົ່ງເສີມການລົງທຶນ ກົດໝາຍການບິນພົນລະເຮືອນ ແລະ ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ກຳນົດໄວ້ຢ່າງຖືກຕ້ອງ ແລະ ການຈັດງານຄັ້ງນີ້ ແມ່ນເປັນການຊຸກຍູ້ແຮງສ້າງຂະບວນການຮັກຊາດ ແລະ ພັດທະນາ ເພື່ອມອບແດ່ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນຄ້າຍວັນເກີດທ່ານປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ເຊິ່ງເປັນວັນປະຫວັດສາດອັນສຳຄັນຂອງພັກ ຂອງຊາດລາວເຮົາ.

                           # ຂ່າວ & ພາບ : ຊິລິການດາ

error: Content is protected !!